ເຢຍ​ລະ​ມັນຈະ​ບໍ່​ຈຳ​ກັດ​ຮັບ​ເອົາ​ຊາວ​ອົບ​ພະ​ຍົບ​ເຂົ້າ​ປະ​ເທດ​
2017-07-18 17:31:47  cri 
ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ນາງ ແອນ​ເຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ໄດ້​ຢ້ຳ​​ຂະ​ນະ​ທີ່​ໃຫ້​ສຳ​ພາດ​ຕໍ່​ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ໜຶ່ງ​ຂອງ​ປະ​ເທດ​ຕົນ​ວ່າ: ຈະ​ບໍ່​ຈຳ​ກັດ​ການ​ຮັບ​ເອົາຊາວ​ອົບ​ພະ​ຍົບ​ເຂົ້າປະ​ເທດ​. ທັງ​ນີ້ການ​ຈຳ​ກັດຮັບ​ເອົາ​ຊາວ​ອົບ​ພະ​ຍົບ​ບໍ່​ແມ່ນ​ເປົ້າ​ໝາຍ​ໃນ​ອະ​ນາ​ຄົດ ແຕ່​ກໍ​ສາ​ມາດ​ວາງ​ຂໍ້​ກຳ​ນົດ​ຕ່າງໆ​ແລະໃຊ້​ມາດ​ຕະ​ການ​ເພື່ອ​ຫຼີກ​ເວັ້ນ​ການ​ຫຼັ່ງ​ໄຫຼ​ເຂົ້າ​ເມືອງ​ຂອງຊາວ​ອົບ​ພະ​ຍົບ​ເກີດ​ຂຶ້ນ.

ເຢຍ​ລະ​ມັນ​ແມ່ນໜຶ່ງໃນ​ບັນ​ດາ​ປະ​ເທດເອີ​ຣົບ​ທີ່​ຮັບ​ເອົາ​ຊາວ​ອົບ​ພະ​ຍົບ​ຫຼາຍ​ທີ່​ສຸດ ເຊິ່ງ​ອີງຕາມ​ສະ​ຖິ​ຕິ​ທາງ​ການ​ເຫັນວ່າ: ນັບ​ແຕ່​ເກີດ​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ຢູ່​ເອີ​ຣົບ​ໃນ​ປີ 2015 ຜ່ານ​ມາ, ໄດ້​ມີ​ຊາວ​ອົບ​ພະ​ຍົບ 1 ລ້ານກວ່າ​ຄົນ​ເຂົ້າ​ໄປ​ເຢຍ​ລະ​ມັນ. ຄຽງ​ຄູ່​ກັບ​ການ​ຂາດ​ດຸນ​ງົບ​ປະ​ມານ​ທີ່​ເພີ່ມ​ຂຶ້ນ​ສົ່ງ​ຜົນ​ເຮັດ​ໃຫ້​ບັນ​ຫາ​ໃນ​ສັງ​ຄົມ​ເກີດ​ຂຶ້ນ ແລ້ວ​ຍັງເຮັດ​ໃຫ້​ປະ​ຊາ​ຊົນ​ເຢຍ​ລະ​ມັນ​ຈຳ​ນວນ​ໜຶ່ງ​​ບໍ່​ພໍ​ໃຈໃນ​ນະ​ໂຍ​ບາຍ​ຕໍ່​ຊາວ​ອົບ​ພະ​ຍົບ​ໃນ​ປັດ​ຈຸ​ບັນ. ແນວ​ໃດ​ກໍ​ດີ​ເນື່ອງ​ຈາກລັດ​ຖະ​ບານ​ເຢ​ຍ​ລະ​ມັນ​ໄດ້​ຮັດ​ກຸມ​ເງື່ອນ​ໄຂ​ການ​ຮັບ​ເອົາ​ຊາວ​ອົບ​ພະ​ຍົບ​ນັບ​ແຕ່​ປີ 2016 ເປັນ​ຕົ້ນ​ມາ, ມາ​ຮອດ​ປັດ​ຈຸ​ບັນ​ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ທີ່​ເພີ່ມ​ໃໝ່​ໄດ້​ຫຼຸດ​ລົງ​ຢ່າງ​ຈະ​ແຈ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ