ມາ​ເລ​ເຊຍ​​ສັນ​ຍາ​ຈະ​ສືບ​ສວນ​ເຫດ​ການ​ຖ້ຽວ​ບິນ MH17 ຕົກ​ນັ້ນ​ຢ່າງ​​ລະ​ອຽດ
2017-07-18 10:47:16  cri 
ເນື່ອງ​ໃນ​ໂອ​ກາດວັນ​ຄົບ​ຮອບ 3 ປີ​ທີ່​ຖ້​ຽວ​ບິນ MH17 ຂອງ​ບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍ​ຕົກ, ທ່ານ​ລິວ​ທົງ​ລາຍ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ມາ​ເລ​ເຊຍ​ກ່າວ​ຢ້ຳ​ວ່າ, ລັດ​ຖະ​ບານຈະ​ສືບ​ສວນ​ເຫດ​ການ​ດັ່ງ​ກ່າວ​ຢ່າງ​ລະ​ອຽດ ແລະຈັບ​ຜູ້​ກໍ່​ເຫດ ເພື່ອ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ການ​ດັ່ງ​ກ່າວ​ແລະ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.

ທ່ານ​ລິວ​ທົງ​ລາຍ​ເປີດ​ເຜີຍ​ໃນ​ວັນ​ທີ 16 ກໍ​ລະ​ກົດ​ນີ້ວ່າ, ຄະ​ນະ​ສືບ​ສວນ​ສາ​ກົນ​ໄດ້​ເກັບ​ກຳ​ຂໍ້​ມູນ​ແລະ​ຕົວ​ເລກ​​ນັບ​ເປັນ​ລ້ານ​ສະ​ບັບ ​ທັງ​ໄດ້​ເກັບ​ກຳ​ຄຳ​ເວົ້າ​ທີ່​ເປັນຫຼັກ​ຖານ​ຈາກ 200 ກວ່າ​ຄົນ. ​ແນວ​ໃດ​ກໍ​ດີ, ເນື່ອງ​ຈາກ​ການ​ສືບ​ສວນ​ສອບ​ສວນ​ຍັງ​ບໍ່ສຳ​ເລັດ, ເຮັດ​ໃຫ້​ໃນປັດ​ຈຸ​ບັນ​ບໍ່​ສາ​ມາດ​ຈັບ​ຜູ້​ກໍ່​ເຫດ​ໄດ້, ແຕ່​ເຊື່ອ​ວ່າ ຫຼັກ​ຖານ​ເຫຼົ່າ​ນີ້​ສາ​ມາດ​ກຳ​ນົດ​ຖາ​ນະ​ຜູ້​ກໍ່​ເຫດ ແລະ​ຈັບ​ໄດ້, ທັງ​ນີ້​ການ​ສືບ​ສວນ​ສອບ​ສວນ​ອາດ​ຈະ​ສຳ​ເລັດ​ໃນ​ທ້າຍ​ປີ​ນີ້ຫຼື​ຕົ້ນ​ປີ​ໜ້າ ແລະຫຼັງ​ຈາກ​ນັ້ນ​ຈະ​ເຂົ້າ​ສູ່​ຂັ້ນ​ຕອນ​ກົດ​ໝາຍ.

ວັນ​ທີ 17 ກໍ​ລະ​ກົດ​ປີ 2014, ຖ້ຽວ​ບິນ MH17 ຂອງ​ບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍ​ໄດ້​ຈາກ​ອຳ​ສ​ເຕີ​ດຳ​ປະ​ເທດ​ໂຮນ​ລັງ​ບິນ​ກັບ​ຄືນ​ກົວ​ລາ​ລຳ​ເປີ ແລະ​ຖືກ​ຍິງ​ດ້ວຍ​ຂີ​ປະ​ນາ​ວຸດ​ຢູ່​ນ່ານ​ຟ້າ​ອູ​ແກ​ຣນ ເຮັດ​ໃຫ້ຜູ້​ໂດຍ​ສານ​ແລະ​ຈຸ​ບິນ 298 ຄົນ​ເສຍ​ຊີ​ວິດ ໃນ​ນັ້ນ​ມີ​ຊາວມາ​ເລ​ເຊຍ 43 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ