ເອຢິບ​ແລະ​ວິ​ສາ​ຫະກິດ​ຈີນ​ບັນລຸ​ຂໍ້​ຕົກລົງ​ໃນ​​ໂຄງການ​ລົດ​ໄຟ​ລອຍ​ຟ້າ​ເມືອງ​ເລີ​ແກ
2017-07-19 15:58:35  cri 

ວັນ​ທີ 18 ກໍລະກົດ​ນີ້, ທ່ານ​ ອັບ​ເດ​ວ ຟາ​ຕາ ອານ ຊີ​ຊີ ປະທານາທິບໍດີ​ເອຢິບ ​ໄດ້​ຮຽກ​ໄຂ​ກອງ​ປະຊຸມຢູ່ນະຄອນຫຼວງ​ເລີ​ແກ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ແລະ​ວິ​ສາ​ຫະກິດ​ຈີນ ​​ດຳ​ເນີນ​ໂຄງການ​ລົດ​ໄຟ​ລອຍ​ຟ້າ​ຢູ່​ຊານ​ເມືອງ​ເລີ​ແກ ​ແລະ​ຫຼັງກອງ​ປະຊຸມ, ສອງ​ຝ່າຍ​ກໍ​ໄດ້​ບັນລຸ​ຂໍ້​ຕົກລົງ​​​ໃນເບື້ອງ​ຕົ້ນ.

​ເຈົ້າໜ້າ​ທີ່​ພະ​ແນ​ກ​ເສດຖະກິດ​ການ​ຄ້າ ສະຖານທູດ​ຈີນ​ປະຈຳ​ເອຢິບ ​​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຂ່າວສານ​ຊິນ​ຮວາ ວ່າ: ​ໂຄງການ​ດັ່ງກ່າວ​ຈະຮັບ​ເໝົາ​ໂດຍ​ບໍລິສັດ​ຫຸ້ນ​ສ່ວນເຕັກນິກການບິນ​ສາກົນ​ຈີນ​ຈຳກັດ ຫຼື AVIC INTL ​ແລະ ກຸ່ມ​ບໍລິສັດ​ທາງ​ລົດ​ໄຟ​ຈີນ​ຈຳກັດ ຫຼື CREC ​ເຊິ່ງ​ລັດຖະບານ​ເອຢິບ​ແລະ​ຜູ້​ຕາງໜ້າ​ວິ​ສາ​ຫະກິດ​ຈີນ ​ໄດ້​ບັນລຸ​ຂໍ້​ຕົກລົງ​ໃນ​ເບື້ອງ​ຕົ້ນ​ແລ້ວ ​ແຕ່​ຍັງ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ເຈລະຈາ​ກັນ​ເພື່ອ​ບັນລຸ​ການ​ເຊັນ​ສັນຍາ​​ເປັນ​ເທື່ອ​ສຸດ​ທ້າຍຕື່ມ​ອີກ​.

ທ່ານ​ອາລາ​ອາ ຢູ​ເຊັຟ ​ໂຄສົກ​ລັດຖະບານ​ເອຢິບ ​ໄດ້​ອອກ​ຖະ​ແຫຼງການ​ໃນ​ວັນ​ທີ 18 ກໍລະກົດ​ນີ້​ວ່າ: ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ປະ​ເທດ​ຕົນກໍ​ໄດ້​ເຂົ້າຮ່ວມກອງ​ປະຊຸມ​ເພື່ອ​ປຶກສາ​ຫາລື​ໂຄງການ​ລົດ​ໄຟ​ລອຍ​ຟ້າ ​ເຊິ່ງ​ໂຄງການ​ນີ້​ແມ່ນ​ໜຶ່ງ​​ໃນແຜນການ​ພັດທະນາຕາໜ່າງ​ທາງ​ລົດ​ໄຟ ​ໂດຍ​ຍາວ 66 ກິ​ໂລ​ແມັດ ​ແລະ ມີ 11 ສະຖານີ ​ໂດຍ​ຈະ​ເຊື່ອມ​ຕໍ່ເມືອງ​ນ້ອຍ​ຕ່າງໆ​ທີ່ຢູ່​ອ້ອມ​ຂ້າງ​ເຂດ​ເລີ​ແກ​ໃຫຍ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ