ນັກ​ທ່ອງ​ທ່ຽວ​ຈີນຈົມ​ນ້ຳ​ຕາຍ​ 2 ຄົນ​ຢູ່​ໄທ
2017-07-19 16:07:53  cri 

ກົງສຸນ​ໃຫຍ່​ຈີນ​ປະຈຳ​ສົງ​ຂາປະ​ເທດ​ໄທ​ຖະ​ແຫຼງ​ໃນ​ວັນ​ທີ 18 ກໍລະ​ກົດ​ນີ້​ວ່າ: ​ເມື່ອ​ບໍ່​ດົນ​ມາ​ນີ້, ນັກ​ທ່ອງ​ທ່ຽວຊາຍ​​ຈີນ 3 ຄົນ​ໄດ້​ລົງ​ອາບ​ນ້ຳທະ​ເລຢູ່​ພູ​ເກັດ ​ແຫຼ່ງທ່ອງ​ທ່ຽວ​ຂອງ​ໄທ ​ໂດຍ​ບໍ່ຫົວຊ​າຕໍ່​ການ​ເຕືອນ​ໄພ​ຈາກຟອງ​ທະ​ເລ ​ແລະ ​ໃນ​ທີ່​ສຸດ​ກໍມີ 2 ຄົນ​​ຈົມ​ນ້ຳ​ຕາຍ. ​ແນວ​ໃດ​ກໍ​ດີ, ກົງສຸນ​ໃຫຍ່​ໄດ້​ເຕືອນ​ອີກ​ຄັ້ງ​ໃໝ່​ວ່າ ນັກ​ທ່ອງ​ທ່ຽວ​ຈີນ​ທີ່​​ໄປທ່ຽວ​​ໄທ​ຕ້ອງ​ລະວັງ​ຄວາມ​ປອດ​ໄພ​ໃນ​ໄລຍະ​ລະດູຝົນ​.

ຂ່າວ​ແຈ້ງວ່າ: ນັກ​ທ່ອງ​ທ່ຽວ 3 ຄົນ​ນີ້​ລ້ວນ​ແຕ່ມີອາຍຸ​ 20 ກວ່າ​ປີ ​ແລະ​ມາ​ຈາກ​ຊຽງ​ໄຮ. ຂະນະ​ທີ່​ໃນ​ເວລາ​ປະມານ 13:00 ​ໂມງ​ຂອງ​ວັນ​ທີ 16 ກໍລະກົດ​ນີ້, 3 ຄົນ​ດັ່ງກ່າວ​ໄດ້​ລົງ​ອາບ​ນ້ຳທະ​ເລ​ຢູ່​ຫາດ​ຊາຍ​ທະ​ເລ​ສ່ວນ​ຕົວ​ແຫ່ງ​ໜຶ່ງ​ຢູ່​​ພູ​ເກັດ ​ໂດຍ​ບໍ່​​ຫົວຊາ​ຕໍ່​ສະພາບ​ອາກາດ​ທີ່​ມີລົມ​ແຮງ​​ແລະຟອງ​ທະ​ເລ​ໃຫຍ່ ​ທັງໆຢູ່​ຫາດ​ຊາຍ​ກໍ​​​​ໄດ້ປັກທຸງ​ເຕືອນ​ໄພ​ແລ້ວ ​ເຊິ່ງ​ເວລາຕໍ່​ມາ​ມີ 2 ຄົນ​ຫາຍ​ສາບ​ສູນ ​ແລະ ມາ​ຮອດ​ວັນ​ທີ 17, ອົງການ​ທີ່​ກ່ຽວຂ້ອງ​ຂອງ​ໄທ​ກໍ​ໄດ້​ຂະຫຍາຍ​ຂອບ​ເຂດ​ການຄົ້ນຫາ ​ແລະ​​ສາມາດພົບ​ສົບ 2 ຄົນ​ນັ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 18 ​ເດືອນ​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ