ຟີ​ລິບ​ປິນຈະ​ແກ່​ຍາວການ​ປະ​ກາດພາ​ວະ​ສຸກ​ເສີນ​ຢູ່​ພາກ​ໃຕ້​ປະ​ເທດ​ຕົນ
2017-07-19 11:22:04  cri 
ວັນ​ທີ 18 ກໍ​ລະ​ກົດ​ນີ້, ທ່ານ ເອ​ເນ​ສ​ໂຕ ອາ​ເບວ​ລາ ໂຄ​ສົກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ກ່າວ​ວ່າ: ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ຕ້ອງ​ການໃຫ້ແກ່​ຍາວ​ການ​ປະກາດ​ພາ​ວະ​ສຸກ​ເສີນ​ຢູ່​ເຂດ​ມິນ​ດາ​ນາວ​ແລະ​ແຫ່ງ​ອື່ນໆ ​ທາງພາກ​ໃຕ້​ຂອງ​ປະ​ເທດ​ໄປ​ຈົນ​ເຖິງ​ທ້າຍ​ປີ​ນີ້ ເພື່ອ​​ແກ້​ໄຂການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ຢູ່​ເຂດ​ດັ່ງ​ກ່າວ.

ອີງ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ຟີ​ລິບ​ປິນ, ປະ​ທາ​ນາ​ທິ​ບໍ​ດີ​ມີ​ສິດ​ປະ​ກາດ​ພາ​ວະ​ສຸກ​ເສີນ​ພາຍ​ໃນ​ຂອບ​ເຂດ​ໃດ​ໜຶ່ງ​ແຕ່​ບໍ່​ໃຫ້​ເກີນກວ່າ 60 ວັນ. ຫຼັງ​ຈາກ​ຄຳ​ສັ່ງ​ເຖິງເວ​ລາ​ກຳ​ນົດ​ແລ້ວ, ຖ້າ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ເໜີ​ແລະ​​ໄດ້​ຮັບ​ການ​ເຫັນ​ດີຈາກ​ສະ​ພາ​ແຫ່ງ​ຊາດ​ແລ້ວ ກໍຈະ​ສາ​ມາ​ດ​ແກ່​ຍາວ​ການ​ປະກາດພາ​ວະ​ສຸກ​ເສີນໄດ້.

​ໃນ​ມື້​ດຽວ​ກັນ,ທ່ານ ເອ​ເດີ​ວາ​ໂດ ອາໂນ ​ຫົວ​ໜ້າ​ກົມ​ໃຫຍ່ເສ​ນາ​ທິ​ການ​ ກອງ​​ທັບຟີ​ລິບ​ປິນ​ກ່າວ​ວ່າ: ປັດ​ຈຸ​ບັນ, ສົງ​ຄາມ​ມາ​ລາ​ວີ​ຍັງ​ບໍ່​ສິ້ນ​ສຸດ​ເທື່ອ,ຖ້າ​ສາ​ມາດແກ່​ຍາວ​​ການ​ປະກາດ​ພາ​ວະ​ສຸກ​ເສີນ​​ອີກ 5 ເດືອນ ກໍ​ຈະ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ