ປະ​ທານ​ສະ​ພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ
2017-07-19 16:22:23  cri 
ສື່ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ໃນ​ວັນ​ທີ 18 ກໍ​ລະ​ກົດ​ນີ້​ວ່າ: ວັນ​ທີ 17 ກໍ​ລະ​ກົດ​ນີ້ ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ, ທ່ານ ອາ​ກູ​ສ໌​ຣາ​ຮາດ​ໂຈ ປະ​ທານ​ຄະ​ນະ​ກຳ​ມະ​ການ​​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ອິນ​ໂດ​ເນ​ເຊຍ​ກ່າວ​ຕໍ່​ສື່ມວນ​ຊົນ​ວ່າ: ທ່ານ ເຊັດ​ຢາ ໂນ​ວານ​ໂຕ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ໃນ​ປັດ​ຈຸ​ບັນ​ໄດ້ກາຍ​ເປັນ​ຜູ້​ຕ້ອງ​ສົງ​ໄສ​​ເຕັມ​ໂຕ​ແລະ​ຖ້າ​ມີ​ຫຼັກ​ຖານ​ແໜ້ນ​ກໍ​ຈະ​ຖືກ​ຕິດ​ຄຸກ 20 ປີ​ເປັນ​ຢ່າງ​ໜ້ອຍ ແລະ​ຖືກ​ປັບ​ໃໝ 1 ຕື້​ຣູ​ເປຍ​ຫຼື​ປະ​ມານ 76.100 ໂດ​ລາ​ສະ​ຫະ​ລັດ.

ວັນ​ທີ 9 ມີ​ນາ​ປີ​ນີ້, ບຸກ​ຄົນໃນ​ວົງ​ການ​ການ​ເມືອງ​ຫຼາຍ​ທ່ານ​ຂອງ​ອິນ​ໂດ​ເນ​ເຊຍ​ຖືກ​ກ່າວ​ຟ້ອງ​ໃນ​ຂໍ້​ຫາ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ສໍ້​ລາດ​ບັງ​ຫຼວງໂດຍ​ສະ​ເພາະ​ຄະ​ດີ​ການ​ຈັດ​ຊື້​ບັດ​ປະ​ຈຳ​ຕົວ​ເອ​ເລັກ​ໂຕ​ຣ​ນິກ​ທີ່​ມີ​ມູນ​ຄ່າ​ເຖິງ 170 ລ້ານ​ໂດ​ລາ​ສ​ະ​ຫະ​ລັດ ​ທັງ​ລັດ​ຖະ​ມົນ​ຕີ​ຊຸດ​ປັດ​ຈຸ​ບັນ​ແລະ​ອະ​ດີດ​ລັດ​ຖະ​ມົນ​ຕີ​ກໍ​ຄື​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຫຼາຍ​ທ່ານແລະນັບແຕ່​ວັນ​ທີ 10 ເມ​ສ​າ​ປີ​ນີ້​ເປັນ​ຕົ້ນ​ມາ, ທ່ານ ເຊັດ​ຢາ ໂນ​ວານ​ໂຕ ໄດ້​ຖືກ​ກົມ​ກວດ​ກາ​ຄົນ​ເຂົ້າ​ອອກ​ເມືອງ​ອິນ​ໂດ​ເນ​ເຊຍ​ຫ້າມ​ອອກ​ນອກ​ປະ​ເທດ​ເປັນ​ເວ​ລາ 6 ເດືອນ​ຫຼັງສົງ​ໄສ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຄະ​ດີ​ດັ່ງ​ກ່າວ.

ໂຄງ​ການ​​ຈັດ​ຊື້ບັດ​ປະ​ຈຳ​ຕົວ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ໃຊ້​ງົບ​ປະ​ມານ 5.900 ຕື້​ຣູ​ເປຍ​ຫຼື​ປະ​ມານ 449 ລ້ານ​ໂດ​ລາ​ສະ​ຫະ​ລັດ, ແຕ່ຕົວ​ຈິງ​ໃຊ້​ແຕ່ 51% ເທົ່າ​ນັ້ນ, ສ່ວນ 49% ແບ່ງ​ປັນ​ໃຫ້​ແກ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ,ເຈົ້າ​ໜ້າ​ທີ່​ກະ​ຊວງ​ພາຍ​ໃນ​ກໍ​ຄື​ຝ່າຍ​ປະ​ຕິ​ບັດ​ໂຄງ​ການ​ຫຼື​ວິ​ສາ​ຫະ​ກິດ​ຄູ່​ຮ່ວມ​ມື ເຊິ່ງ​ກ່ຽວ​ພັນ​ເຖິງ​ຫຼາຍ​ສິບ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ