ງານວາງສະແດງ "ຄວາມຊົງຈຳຈະບໍ່ໃຫ້ໂສກນາດຕະກຳນານກິ່ງເກີດຂຶ້ນອີກ" ທີ່ຫໍພິພິທະພັນສົງຄາມຕໍ່ຕ້ານການຮຸກຮານຍີ່ປຸ່ນຂອງຊາວເມືອງນານກິ່ງແລະຄະນະກຳມະການຈັດງານວາງສະແດງການສັງຫານໂຫດນານກິ່ງເມືອງຮິໂຣຊິມະໄດ້ຮ່ວມກັນເປັນເຈົ້າພາບ ຈັດຂຶ້ນຢູ່ເມືອງຮິໂຣຊິມະປະເທດຍີ່ປຸ່ນໃນວັນທີ 15 ກໍລະກົດນີ້.
ທ່ານລູ້ຄ່າງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕີລາຄາສູງຕໍ່ງານວາງສະແດງດັ່ງກ່າວໃນພິທີຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 18 ກໍລະກົດນີ້ ໂດຍເນັ້ນວ່າ, ເຫດການສັງຫານໂຫດນານກິ່ງເປັນປະຫວັດສາດທີ່ເຈັບແສບຕອນໜຶ່ງທີ່ລືມບໍ່ໄດ້ຢ່າງເດັດຂາດ. ໃນໂອກາດທີ່ປີນີ້ແມ່ນວັນລະນຶກເຫດການສັງຫານໂຫດນານກິ່ງຄົບຮອບ 80 ປີ, ທ່ານໄດ້ເນັ້ນວ່າ: ເຫດການດັ່ງກ່າວແມ່ນໂທດກຳໜັກໜ່ວງທີ່ລັດທິຂຸນເສິກຍີ່ປຸ່ນກໍ່ຂຶ້ນໃນໄລຍະສົງຄາມໂລກຄັ້ງທີສອງ, ເປັນປະຫວັດສາດຂອງການເກີດໂສກນາດຕະກຳທີ່ບໍ່ສາມາດລືມໄດ້ຢ່າງເດັດຂາດ. ຈາກນີ້ຈິ່ງມີແຕ່ນຳເອົາປະຫວັດສາດມາເປັນບົດຮຽນຢ່າງເລິກເຊິ່ງ, ຖືປະຫວັດສາດເປັນແວ່ນແຍງ ເພື່ອຫຼີກເວັ້ນບໍ່ໃຫ້ໂສກນາດຕະກຳແບບນີ້ເກີດຂຶ້ນອີກ ທັງຈະສາມາດປົກປັກຮັກສາສັນຕິພາບຢ່າງແທ້ຈິງ ແລະສ້າງອະນາຄົດທີ່ດີງາມ.