ອັດ​ຕາ​ແລກ​ປ່ຽນ​ເງິນ​ບາດ​ໄທ​ແລະ​ໂດ​ລາ​ອາ​ເມ​ລິ​ກາ​ຂຶ້ນ​​ສູງ​ສຸດ​ໃນ​ຮອບ​ສອງ​ປີ
2017-07-19 10:41:53  cri 
ເຈົ້າ​ໜ້​າ​ທີ່​ທະ​ນາ​ຄານ​ກາງ​ໄທ​ເປີດ​ເຜີຍ​ວ່າ, ​ອັດ​ຕາ​ແລກ​ປ່ຽນ​ລະ​ຫວ່າງ​ເງິນ​ບາດ​ໄທ​ແລະ​ໂດ​ລາ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 18 ກໍ​ລະ​ກົດ​ນີ້​ແມ່ນ 33,59 ບາດ​ຕໍ່​ 1 ໂດ​ລາ ເຊິ່ງເປັນ​ລາ​ຄາ​ສູງ​ສຸດ​ໃນ​ຮອບ​ສອງ​ປີ. ຂະ​ນະ​ທີ່​ວັນ​ທີ 17 ເດືອນ​ດຽວ​ກັນ​ຢູ່​ໃນ​ລະ​ດັບ 33,71 ບາດ​ຕໍ່ 1 ໂດ​ລາ.

ນັກ​ວິ​ເຄາະ​ຕະຫຼາດ​ການ​ທະ​ນາ​ຄານກຸງ​ໄທ​ເປີດ​ເຜີຍ​ໃນ​ມື້ດຽວ​ກັນ​ວ່າ, ອັດ​ຕາ​ແລກ​ປ່ຽນ​​ລະ​ຫວ່າງ​ເງິນ​ບາດ​ໄທ​ແລະໂດ​ລາ​ອາ​ເມ​ລິ​ກາ​ຈະ​ຮັກ​ສາ​ທ່າ​​ການແຂງ​​ຄ່າໃນ​ໄລ​ຍະ​ສັ້ນ ​ເຊິ່ງ​ຄາດ​ວ່າອາດ​ຈະ​ຢູ່​ລະ​ຫວ່າງ 33,50 ກັບ 33,60.

​ນັກ​ວິ​ເຄາະ​ເຫັນ​ວ່າ, ເງິນ​ບາດ​ໄທ​ຈະ​ຮັກ​ສາ​ລາ​ຄາ​ຄ້າຍ​ຄື​ເງິນ​ຕາ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ໃນ​ຂັ້ນ​ພື້ນ​ຖານ ເນື່ອງ​ຈາກວ່າ​ເສດ​ຖະ​ກິດ​ຈີນ​ຮັກ​ສາ​ການ​ເຕີບ​ໂຕ​ຢ່າງ​ໜັກ​ແໜ້ນ ແລະ​ນຳ​​ພາການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຕະຫຼາດ​ຈະ​ເລີນ​ໃໝ່. ​ຂະ​ນະ​ທີ່ເສດ​ຖະ​ກິດ​ໄທ, ການ​ສົ່ງ​ອອກ ແລະ​ຂະ​ແໜງ​ການ​ທ່ອງ​ທ່ຽວ​​ໄດ້​ຮັບ​ການ​ພັດ​ທະ​ນາ​ເປັນ​ຢ່າງ​ດີ, ການດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ໄຫຼ​ເຂົ້າ​ຕະຫຼາດຫຼັກ​ຊັບ​ໄທໄດ້​ເປັນ​ຈຳ​ນວນຫຼາຍ​ນັ້ນ​ ຄື​ສາ​ເຫດເຮັດ​ໃຫ້​ລາ​ຄາ​ເງິນ​ບາດ​ສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ