ໂຄງການ​ແສງ​ສະ​ຫວ່າງ​ໄຫຫຼຳ​ເທື່ອ​ທີ 4 ຈະຈັດ​ຂຶ້ນ​ຢູ່​ກຳ​ປູ​ເຈຍ
2017-07-20 11:20:42  cri 
ຫ້ອງ​ການ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ແລະ​ຊາວ​ຈີນ​ຕ່າງ​ດ້າວ​ແຂວງ​ໄຫຫຼຳ ສ​ປ ຈີນ​​ລາຍ​ງານໃນ​ວັນ​ທີ 20 ກໍ​ລະ​ກົດ​ນີ້​ວ່າ: ​ໂຄງ​ການ​ການ​ແສງ​ສະ​ຫວ່າງ​ໄຫຫຼຳເທື່ອ​ທີ 4 ທີ່​ແຂວງ​ຕົນ​ຈັດ​ຕັ້ງ​ປະ​ຕິ​ບັດ​ນັ້ນ​ຈະ​ຈັດ​ຢູ່​ແຂວງ​ຊຽມ​ລຽບ ປະ​ເທດ​ກຳ​ປູ​ເຈຍ​ເລີ່ມ​ແຕ່​ວັນ​ທີ 23 ກໍ​ລະ​ກົດ​ນີ້​ເປັນ​ຕົ້ນ​ໄປ ໂດຍ​ຈະບໍ​ລິ​ການ​ຜ່າ​ຕັດ​​ຜູ້​ເປັນ​ພະ​ຍາດ​ແກ່ນ​ຕາ​ຂຸ້ນ​ບໍ່​ເສຍຄ່າ.

​ໂຄງການ​ແສງ​ສະ​ຫວ່າງ​ໄຫຫຼຳ​ທີ່​ຈັດ​ຂຶ້ນ​ຢູ່​ກຳ​ປູ​ເຈຍ​​ເປັນ​ການ​ປະ​ຕິ​ບັດ​ຕາມ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ແຂວງ​ໄຫຫຼຳ​ກັບ​ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ເມື່ອ​ເດືອນ​ກໍ​ລະ​ກົດ 2016 ຜ່ານ​ມາ​ໂດຍໜ່ວຍ​ແພດ​ແຂວງ​ໄຫ​ຫຼຳ​ໄດ້​ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່ 3 ຄັ້ງ​ຢູ່ແຂວງ​ກຳ​ໂປງ​ຈາມແລະ​ແຂວງ​ຊຽມ​ລຽບ ໃນ​ເດືອນ​ກັນ​ຍາ, ເດືອນ ຕຸ​ລາ 2016 ແລະ​ເດືອນ​ມັງ​ກອນ 2017 ໂດຍ​ໄດ້​ສຳ​ເລັດ​ການ​ຜ່າ​ຕັດຜູ້​ເປັນ​ພະ​ຍາດ​ແກ່ນ​ຕາ​ຂຸ້ນ 371 ຄົນ ແລະ​ເຮັດ​ໃຫ້​ຕາຄົນ​ເຈັບ​ເຫຼົ່າ​ນີ້​ສາ​ມາດ​ເຫັນ​ໄດ້​ຄືນ​ໃໝ່ອີກ.

​ຕາມ​ແຜນ​ເບື້ອງ​ຕົ້ນ​, ໜ່ວຍ​ແພດ​ແຂວງ​ໄຫຫຼຳ​ຈະ​ກວດ​​​ວິ​ເຄາະຜູ້​ເປັນ​ພະ​ຍາດ​ແກ່ນ​ຕາ​ຂຸ້ນ​ຢູ່​ໂຮງ​ໝໍ​ແຂວງ​ຊຽມ​ລຽບ​ແຕ່​ວັນ​ທີ 25-27 ກໍ​ລະ​ກົດນີ້​ແລະຈາກ​ນັ້ນ​ຈະ​​ລົງ​ມືຜ່າ​ຕັດຄົນ​ເຈັບລະ​ຫວ່າງວັນ​ທີ 26 -28 ເດືອນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ