ຊ້າງ​ປ່າ​ທຳ​ລາຍ​ພືດ​ຊາວ​ບ້ານ​ຢູ່​ເມືອງ​ພູ​ເອີ​ແຂວງ​ຢູນ​ນານ
2017-07-20 16:29:52  cri 

ສະ​ຖາ​ນີ​ຕຳຫຼວດປ່າ​ໄມ້ເມືອງ​​ພູ​ເອີ ແຂວງ​ຢູນ​ນານ ສ​ປ ຈີນ​ລາຍ​ງານ​ໃນ​ວັນ​ທີ 19 ກໍ​ລະ​ກົດ​ນີ້​ວ່າ:ໄລ​ຍະ​ນີ້, ​ຊ້າງ​​ປ່າ​ອາ​ຊີ 13 ໂຕ​ໄດ້​ບຸກ​​ທົ່ງ​ນາ​ຂອງ​ຊາວ​ບ້ານ​ເປັນ​ເວ​ລາຫຼາຍ​ມື້​ຕິດ​ຕໍ່​ກັນ, ແຕ່​ບໍ່​ໄດ້​ທຳ​ລາຍ​ຄົນ​. ຫຼັງກວດ​ກາ​ແລ້ວ​ພົບ​ວ່າ: ຝູງ​ຊ້າງ​ດັ່ງ​ກ່າວ​ພຽງ​ແຕ່​ເຂົ້າ​ມາ​ກິນ​ເຄື່ອງ​ປູກ​ຂອງ​ຝັງ​ຂອງ​ຊາວ​ບ້ານ​​ເທົ່າ​ນັ້ນ. ປັດ​ຈຸ​ບັນ,ເຈົ້າ​ໜ້າ​ທີ່​ຕຳຫຼວດ​​​ປ່າ​ໄມ້​ທ້ອງ​ຖິ່ນ​ດັ່ງ​ກ່າວ​ກຳ​ລັງ​ຈັດ​ຕັ້ງ​ກຳ​ລັງ​ເຝົ້າ​ຍາມ​ປະ​ຈຳ​ການ​ເພື່ອ​ຕິດ​ຕາມ​ສະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ຊ້າງ​ປ່າ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຊ້າງ​ປ່າ​ທຳ​ຮ້າຍ​ຄົນ​ທັງ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ຊ້າງ​ປ່າ​ອີກ​ດ້ວຍ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ