ຊື້​ລົດ​ດ້ວຍ​ເງິນຫຼຽນ
2017-07-20 16:28:11  cri 

ວັນ​ທີ 17 ກໍ​ລະ​ກົດ​ນີ້​ຢູ່​ໜ້າ​ປະ​ຕູ​ສູນ​ຊຳ​ລະ​ສະ​ສາງ​ຂອງ​ບໍ​ລິ​ສັດ​ລົດ​ເມ​ປະ​ຈຳ​ທາງ​ເມືອງ​ນານ​ຜິງ ແຂວງ​ຟູ​ຈ້ຽນ ສ​ປ ຈີນ, ພະ​ນັກ​ງານ​ບໍ​ລິ​ສັດ​ລົດ​ແຫ່ງ​ໜຶ່ງ​ຂອງ​ແຂວງ​ອ່ານ​ຮຸ່ຍກຳ​ລັງ​ຂົນ​ແກັດ​ເຫຼັກ​ດ້ວຍ​ຄວາມ​ລຳ​ບາກ ເພາະ​ແກັດ​ແຕ່​ລະ​ໜ່ວຍ​ມີເງິນ​ຫຼຽນ 60 ມັດ, ມັດ​ລະ 500 ຢວນ​ໂດຍແກັດ​ໜ່ວຍ​ໃຫຍ່​ທີ່​ສຸດ​ມີ​ເງິນຫຼຽນ 33.000 ຢວນ​ແລະ​ໜັກ​ເຖິງ 200 ກິ​ໂລເມື່ອລວມແກັດ​ 20 ກວ່າ​ໜ່ວຍແລ້ວ​ມີ​ເງິນຫຼຽນ​​ເຖິງ 7 ແສນຢວນ ເຊິ່ງ​​ເປັນ​ກ້ອນເງິນ​ທີ່​ບໍ​ລິ​ລັດ​ລົດ​ເມ​ປະ​ຈຳ​ທາງ​​ຊື້​ລົດ​ນຳ​ບໍ​ລິ​ສັດ​ລົດ​ດັ່ງ​ກ່າວ. ຈາກ​ນັ້ນ, ບໍ​ລິ​ສັດ​ລົດ​ໄດ້​ນຳ​ເອົາລົດ​ບັນ​ທຸກ​ຄັນ​ໜຶ່ງ​ພ້ອມ​ຊາຍ​ລ້ຳ​ສັນ​ 10 ຄົນມາ​ຂົນ​ຂຶ້ນ​ລົດ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ