ບໍ​ລິ​ສັດ​ຮ່ວມ​ທຶນ​ລາວ-ຈີນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ຊູ່​ໂຈ່ວສາ​ຂາ​ລາວ​ຮ່ວມ​ກັນ​ສ້າງ​ສູນ​ຝຶກ​ອົບ​ຮົມ​ການ​ສຶກ​ສາ
2017-07-20 11:19:44  cri 
ຕອນ​ເຊົ້າ​ວັນ​ທີ 19 ກໍ​ລະ​ກົດ​ນີ້, ບໍ​ລິ​ສັດ​ຮ່ວມ​ທຶນ​ລາວ-ຈີນ​ຈຳ​ກັດ​ທີີ່​ກໍ່​ສ້າງເຂດ​ພັດ​ທະ​ນາ​ສັງ​ລວມ​ໄຊ​ເສດ​ຖາ​ວຽງ​ຈັນ ສ​ປ​ປ ລາວ​ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ຊູ່​ໂຈ່ວ​ສາ​ຂາ​ລາວ​ໄດ້​ລົງ​ນາມ​ໃນ​ສັນ​ຍາການ​ຮ່ວມ​ກັນ​ສ້າງ​ສູນ​ຝຶກ​​ອົບ​ຮົມການ​ສຶກ​ສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄ​ລ​ດັ່ງ​ກ່າວໂດຍສອງ​ຝ່າຍ​ຈະຮ່ວມ​ມື​ໃນ​ການ​ອົບ​ຮົມແລະຮັບບຸກ​ຄະ​ລາ​ກອນ​ເປັນ​ຕົ້ນ.

ທ່ານ ຊົງ​ຈຸ່ນ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຮ່ວມ​ທຶນ​ລາວ-ຈີນ​ຈຳ​ກັດ​ກ່າວ​ວ່າ: ເຂດ​ພັດ​ທະ​ນາ​ສັງ​ລວມ​ໄຊ​ເສດ​ຖາ​ແມ່ນ​ໂຄງ​ການ​ຮ່ວມ​ມື​ລະ​ດັບ​ຊາດ​ທີ່​ລັດ​ຖະ​ບານ​ສອງ​ປະ​ເທດ​ຕົກ​ລົງ​ຮ່ວມ​ກັນ​ທັງ​ແມ່ນ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຕ່າງ​ປະ​ເທດ​ລະ​ດັບ​ຊາດ​ພຽງ​ແຫ່ງ​ດຽວ​ຂອງ​ຈີນ​ຢູ່​ລາວ.ປັດ​ຈຸ​ບັນ ເຂດ​ດັ່ງ​ກ່າວມີ 40 ວິ​ສາ​ຫະ​ກິດດຳ​ເນີນ​ທຸ​ລະ​ກິດ​ແລ້ວ. ສຳ​ລັບການ​ຮ່ວມ​ກັນ​ສ້າງ​ສູນ​ຝຶກ​ອົບ​ຮົມ​ການ​ສຶກ​ສາ​ລະ​ຫວ່າງ​ສອງ​ຝ່າຍ​ຄັ້ງ​ນີ້ ດ້ານ​ໜຶ່ງກໍ​ເພື່ອ​ຊ່ວຍວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ປະ​ຈຳ​ຢູ່​ເຂດ​ດັ່ງ​ກ່າວ​ຍົກ​ລະ​ດັບ​ພະ​ນັກ​ງານ​ແ​ລະ​ຮັບ​ບຸກ​ຄະ​ລາ​ກອນ​ເປັນ​ຕົ້ນ; ອີກ​ດ້ານ​ໜຶ່ງ​ກໍ​ຈະ​ສະ​ໜອງ​ໂອ​ກາດ​ການ​ສ້າງວຽກ​ເຮັດ​ງານ​ທຳ​ແລະ​ຍົກ​ລະ​ດັບ​ການ​ສຶກ​ສາ​ໃຫ້​ແກ່​ນັກ​ສຶກ​ສາ​ທີ່​ດີ​ເດັ່ນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລຊູ່​ໂຈ່ວ​ສາ​ຂາ​ລາວອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ