ກອງ​ປ້ອງ​ກັນ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ຖືກ​​ໂຈມ​ຕີ
2017-07-20 15:14:00  cri 


ວັນ​ທີ 19 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່ເມືອງ​ນ້ອຍ Aracan ປະ​ເທດ​ຟີ​ລິບ​ປິນ ໄດ້ພົບ​ເຫັນຮອຍ​ລູກ​ປືນ​ຫຼາຍ​ລູກ​ຢູ່​ລົດ​ແລະ​ຈາກ​ເຫດ​ການ​ດັ່ງ​ກ່າວ, ກອງ​ທັບ​ຟີ​ລິບ​ປິນ​ກ່າວ​ໃນ​ວັນ​ທີ 19 ກໍ​ລະ​ກົດ​ນີ້​ວ່າ: ຕອນ​ເຊົ້າ​ມື້​ດັ່ງ​ກ່າວ, ກອງ​ປ້ອງ​ກັນ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ໄດ້​ຖືກ​ໂຈມ​ຕີ​ຢູ່​ໃກ້​ເມືອງຄໍ​ຕາ​ບາ​ໂຕ​​ໃນເກາະ​ມິນ​ດາ​ນາວ ແລະ​ໄດ້​ຍິງ​ປະ​ທະ​ກັນ​ຢ່າງ​ດຸ​ເດືອດ ສົ່ງ​ຜົນ​ເຮັດ​ໃຫ້​ທະ​ຫານ​ລາດ​ເສຍ​ຊີ​ວິດ 1 ຄົນ​, ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ທາ​ນາ​ທິ​ບໍ​ດີ 5 ຄົນ​ບາດ​ເຈັບ. ສ່ວນ​ປະ​ທາ​ນາ​ທິ​ບໍ​ດີ​ບໍ່​ໄດ້​ຢູ່​ໃນ​ຂະ​ບວນ​ລົດ​ຂະ​ນະ​ເກີດ​ເຫດ.



ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ