ເກີດ​ການ​ປະ​ທະ​ກັນ​ຢູ່​ເຂດ​ກັ​ສ​ເມຍ​ອີກ​ເທື່ອ​ໜຶ່ງ​ລະ​ຫວ່າງ​ທະ​ຫານ​ປາ​ກິ​ສະ​ຖານ​ແລະ​ອິນ​ເດຍ
2017-07-20 16:26:27  cri 
ກອງ​ທັບ​ປາ​ກິ​ສະ​ຖານ​ລາຍ​ງານ​ວ່າ: ໃນ​ວັນ​ທີ 19 ກໍ​ລະ​ກົດ​ນີ້, ທະ​ຫານ​ອິນ​ເດຍ​ໄດ້​ຍິງ​ປືນ​ໃສ່​ຝ່າຍ​ຕົນ​ຢູ່​ເຂດ​ກັ​ສ​ເມຍ​ອີກ​ເທື່ອ​ໜຶ່​ງ​ຢ່າງ​ບໍ່​ມີ​ເຫດ​ຜົນ ເຊິ່ງ​ທະ​ຫານ​ປະ​ເທດ​ຕົນ​ກໍ​ໄດ້​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ຂອງ​ທະ​ຫານ​ອິນ​ເດຍ​ຄືນ.

ກົມຖະ​ແຫຼງ​ຂ່າວ​ຂອງ​ສາມ​ເຫຼົ່າ​ທັບ​ປາ​ກິ​ສະ​ຖານ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ​ວ່າ: ໃນ​ມື້​ດັ່ງ​ກ່າວ, ທະ​ຫານ​ອິນ​ເດຍ​ໄດ້ຍິງໃສ່​ທີ່​ໝັ້ນ​ແລະ​ປະ​ຊາ​ຊົນ​ຢູ່​ເບື້ອງປາ​ກິ​ສະ​ຖານ​ທີ່​ໃກ້​ເສັ້ນ​ຄວບ​ຄຸມ​ຕົວ​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ​ເຂດ​ກັ​ສ​ເມຍ ສົ່ງ​ຜົນ​ເຮັດ​ໃຫ້​ທະ​ຫານ​ປາ​ກິ​ສະ​ຖານ​ເສຍ​ຊີ​ວິດ 1 ຄົນ​, 2 ຄົນ​ບາດ​ເຈັບ, ຂະ​ນ​ະ​ທີ່ປະ​ຊາ​ຊົນ​ກໍ​ເສຍ​ຊີ​ວິດ 2 ຄົນ ແລະ 5 ຄົນ​ບາດ​ເຈັບ.

ຖະ​ແຫຼງ​ການ​ລະ​ບຸ​ວ່າ: ທະ​ຫານ​ປາ​ກິ​ສະ​ຖານ​ໄດ້​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ຂອງ​ທະ​ຫານ​ອິນ​ເດຍ​ຄືນ ໂດຍໄດ້​ທຳ​ລາຍ​ທີ່​ໝັ້ນອິນ​ເດຍ​ທີ່​ຍິງ​ໃສ່​ປາ​ກິ​ສະ​ຖານ ແລະຍິງ​ນັກ​ຮົບ​ອິນ​ເດຍ​ເສຍ​ຊີ​ວິດຢ່າງ​ໜ້ອຍ 5 ຄົນ, ຫຼາຍ​ຄົນ​ບາດ​ເຈັບ. ຖະ​ແຫຼງ​ການ​ຊີ້​ວ່າ: ການ​ກະ​ທຳ​ໃດໆ​ທີ່​ລະ​ເມີດ​ສັນ​ຍາ​ວ່າ​ດ້ວຍ​ການ​ຢຸດ​ຍິງ​ຢ່າ​ງ​ບໍ່​ມີ​ເຫດ​ຜົນ​ແຕ່​ປະ​ການ​ໃດ​ລ້ວນ​ແຕ່​ຈະ​ຖືກ​ຕອບ​ໂຕ້​ຄືນ​ຈາກກອງ​ທັບ​ປາ​ກິ​ສະ​ຖານ​ຢ່າງ​ເດັດ​ຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ