ໄລ​ຍະ​ພັກ​ຮຽນຊາວ​ຈີນ​ນິ​ຍົມ​ໄປ​ທ່ຽວ​ອາ​ຊຽນ​ຫຼາຍ​ຂຶ້ນ
2017-07-20 16:27:29  cri 
ວັນ​ທີ 19 ກໍ​ລະ​ກົດ​ນີ້, ​ຫຼາຍບໍ​ລິ​ສັດ​ທ່ອງ​ທ່ຽວ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີ​ຈີນ​ໄດ້​ໃຫ້​ຮູ້​ວ່າ: ​ການ​ທ່ອງ​ທ່ຽວ​ໃນ​ໄລ​ຍະພັກ​ຮຽນ​ລະ​ດູ​ຮ້ອນ, ບັນ​ດາປະ​ເທດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​​ເປັນ​ເປົ້າ​ໝາຍ​ທີ່ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອ​ບ​ຫຼາຍ​ທີ່​ສຸດ​ຂອງປະ​ຊາ​ຊົນ​ຈີນ​ຢ່າງ​ຕໍ່​ເນື່ອງ ສົ່ງ​ຜົນ​ເຮັດ​ໃຫ້ເສັ້​ນ​ທາງ​ການ​ທ່ອງ​ທ່ຽວ​ບາງ​ສາຍ​ໃນ​ເດືອນ​ນີ້​ຂາຍ​ໝົດ​ແລ້ວ.

​ເວັບ​ໄຊ​ທ່ອງ​ທ່ຽວ​ຖູ​ນີວ​ຈີນ​ໃຫ້​ຮູ້​ວ່າ: ​ 1 ປີ​ຜ່ານ​ມາ, ​ນັກ​ທ່ອງ​ທ່ຽວ​ຈີນໄປ​ທ່ຽວ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ 55% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີຜ່ານ​ມາ. ສ່ວນ​​ການ​ຈັດ​ອັນ​ດັບ​ປະ​ເທດ​​ຕາມໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​ທີ່​ໄດ້ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຫຼາຍ​ທີ່​ສຸດ​ທີ່​ເວັບ​ໄຊ​ເຊຍເຊີງ​ເປີດ​ເຜີຍ​ນັ້ນ, ​ອາ​ຊຽນ​ກວມເອົາ 7 ອັນ​ດັບ​​ແຖວໜ້າ​ໃນ​ 10 ປະ​ເທດ​ທີ່ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີ​ນ​ຫຼາຍ​ທີ່​ສຸດ.

ການ​ໄປ​ມາ​ຢ່າງ​ສະ​ດວກ, ​ກຸ້ມ​ຄ່າ, ການ​ອອກ​ວີ​ຊ່າ​​ທີ່​ສະ​ດວກ​ສະ​ບາຍ,ຮີດ​ຄອງ​ປະ​ເພ​ນີ​​ຂອງ​ຊາວຕ່າງ​ປະ​ເທດ​, ອາ​ກາດ​ແລະ​ປັດ​ໄຈ​ອື່ນໆ​ ຄື​ສາ​ເຫດ​ຕົ້ນ​ຕໍ​ທີ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະເນື່ອງ​ຈາກ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ສ້າງ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ, ຖ້ຽວ​ບິນ​ແຕ່​ຈີນ​ໄປ​ປະ​ເທດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ບໍ່​ພຽງ​ແຕ່​ເພີ່ມ​ຂຶ້ນຫຼາຍ​ຖ້ຽວ​ເທົ່າ​ນັ້ນ,ຫາກ​ຍັງ​ມີ​ການ​ເໝົາ​ຍົນ​ເລື້ອຍໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ