ລັດ​ຖະ​ບານແລະ​ພັກ​ກອມ​ມູ​ນິດຟີ​ລິບ​ປີນ​ຍົກ​ເລີກ​ການ​ເຈ​ລະ​ຈາ​ສັ​ນ​ຕິ​ພາບ
2017-07-20 13:57:05  cri 
ວັນ​ທີ 19 ກໍ​ລະ​ກົດ​ນີ້, ລັດ​ຖະ​ບານ​ຟີ​ລິບ​ປີນ​ປະ​ກາດ​ວ່າ​ໄດ້​ຍົກ​ເລີກ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ບໍ່​ເປັນ​ທາງ​ການ​ກັບ​ພັກ​ກອມ​ມູ​ນິດ​ຟີ​ລິບ​ປີນ​ແລ້ວ. ຂະ​ນະ​ທີ່​ສື່​ມວນ​ຊົນ​ຟີ​ລິບ​ປີນ​ວິ​ເຄາະ​ວ່າ, ​​ການທີ່​ລັດ​ຖະ​ບານ​ຍົກ​ເລີກ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບເປັນ​ຜົນ​ມາ​ຈາກກອງ​ທັບ​ລັດ​ຖະ​ບານ​ຖືກ​ ໂຈມ​ຕີ.

ເຈົ້າ​ໜ້າ​ທີ່​ທະ​ຫານ​ຟີ​ລິບ​ປີນ​ເປີດ​ເຜີຍ​ໃນ​ວັນ​ທີ 19 ກໍ​ລະ​ກົດ​ນີ້​ວ່າ, ກອງ​ປ້ອງ​ກັນ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ແລະກອງ​ທັບ​ເຮືອ​ສູ້​ຮົບ​ທາງ​ບົກ​ໄດ້​ຖືກ​ຜູ້​ປະ​ກ​ອບ​ອາ​ວຸດ​​ທີ່ສົງ​ໄສ​​ວ່າ​ເປັນ​ສະ​ມາ​ຊິກ​ຂອງ​ພັກ​ກອມ​ມູ​ນິດ​ຟີ​ລິບ​ປີນ​ໂຈມ​ຕີ, ສົ່ງ​ຜົນ​ເຮັດ​ໃຫ້ທະ​ຫານ 3 ຄົນ​ເສຍ​ຊີ​ວິດ​ແລະ​ຫຼາຍ​ຄົນ​ບາດ​ເຈັບ. ທ່ານ​ໂຣດຣີ​ໂກ ດູເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ​ກ່າວ​ໃນ​ວັນ​ທີ 18 ​ເດືອນ​ດຽວ​ກັນວ່າ, ​ຖ້າ​ຜູ້​ປະ​ກອບ​ອາ​ວຸດ​ຂອງ​ພັກ​ກອມ​ມູ​ນິດ​ຟີ​ລິບ​ປີນ​​ບໍ່ຢຸດ​ການ​ໂຈມ​ຕີ, ລັດ​ຖະ​ບານ​​ກໍ​ຈະ​ບໍ່​ເຈ​ລະ​ຈາ​​ເດັດ​ຂາດ.

ກ່ອນ​ໜ້າ​ນີ້, ລັດ​ຖະ​ບານ​ແລະ​ພັກ​ກອມ​ມູ​ນິດ​ຟີ​ລິບ​ປີນ​ໄດ້​ເຫັນ​ດີ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ. ​ແຕ່​ຈົນ​ມາ​ເຖິງປັດ​ຈຸ​ບັນ, ​ພັກ​ກອມ​ມູ​ນິດ​ຟີ​ລິບ​ປີນ​ຍັງ​ບໍ່​ໄດ້​ສະ​ແດງ​ທ່າ​ທີໃດ​ຕໍ່​ເລື່ອງ​​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ