ຈະ​ເລີ່ມເຈ​ລະ​ຈາRCEP​ເທື່ອ​ທີ 19 ​ໃນ​ອາ​ທິດ​ໜ້າ
2017-07-21 10:49:38  cri 
ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນຫຼືRCEP​​ເທື່ອທີ 19 ຈະ​ຈັດ​ຂຶ້ນ​ຢູ່​ອິນ​ເດຍ​ໃນ​ວັນ​ທີ 24 ກໍ​ລະ​ກົດ​ນີ້. ທ່ານ​ກ່າວ​ເ​ຟິ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ຢືນ​ຢັນ​ໃນການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 20 ກໍ​ລະ​ກົດ​ນີ້​ວ່າ ຈີ​ນ​ຈະ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ອາ​ຊຽນ​ໃຫ້​ມີ​ຖາ​ນະ​​ແກນກາງ​ໃນ​ການ​ເຈ​ລະ​ຈາ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ແລະ​ເອົາ​ໃຈ​ໃສ່​​ຕໍ່ຄວາມພໍ​ໃຈ​ຂອງ​ສະ​ມາ​ຊິກ​ສ່ວນ​ໃຫຍ່. ກ່ອນ​ໜ້າ​ນີ້, ອາ​ຊຽນ​ໄດ້​ສະ​ເໜີ​ໃຫ້​ສິ້ນ​ສຸດ​ການ​ເຈ​ລະ​ຈາRCEP​ໃນ​ລັກ​ສະ​ນະ​ທາດ​ແທ້​ພາຍ​ໃນ​ປີ2017ນີ້.

ທ່ານ​ກ່າວ​ເຟິງ​ກ່າວ​ຕື່ມ​ວ່າ: ຈີນ​ຈະ​ຍຶດ​ໝັ້ນ​ສົ່ງ​ເສີມ​ການ​ເຈ​ລະ​ຈາ,ການ​ຮ່ວມ​ມື​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ ແລະ​ພະ​ຍາ​ຍາມ​ຊຸກ​ຍູ້​ໃຫ້​ບັນ​ດາ​ຝ່າຍ​ບັນ​ລຸ​ສັນ​ຍາ​ທີ່ກ້າວ​ໜ້າ,ຮອບ​ດ້ານ,ມີ​ລະ​ດັບ​ສູງ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໂດຍ​ໄວໃນ​ໄລ​ຍະການ​ເຈ​ລະ​ຈາເທື່ອ​ນີ້,  16 ຝ່າຍ​ທີ່​ຮ່ວມ​ເຈ​ລະ​ຈາ​ຈະ​ລົງ​ເລິກ​ຫາ​ລື​ໃນ​ການ​ອະ​ນຸ​ມັດ​ສິນ​ຄ້າ​ເຂົ້າ​ຕະຫຼາດ​​ຫຼັກ ທັງ​ສ້າງ​ແຜນ​ງານ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ໃນ​ບາດ​ກ້າວ​ຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ