ຄັດ​ເລືອກ​ນັກ​ສຶກ​ສາ 30 ຄົນ​ເຂົ້າ​ຮ່ວມ​ແຂ່ງ​ຂັນ"ຂົວ​ພາ​ສ​າຈີນ"​​ສຳ​ລັບນັກ​ສຶກ​ສາ​ໂລກ​ຄັ້ງ​ທີ 16
2017-07-21 15:11:09  cri 

ການ​ແຂ່ງ​ຂັນ​ເວົ້າ​ພາ​ສາ​ຈີນ​ເພື່ອ​ຄັດ​ເລືອກ​ນັກ​ສຶກ​ສາ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ"ຂົວ​ພາ​ສ​າຈີນ"​​​ສຳ​ລັບ​ນັກ​ສຶກ​ສາ​ໂລກ​ຄັ້ງ​ທີ 16 ຮອບ​ທີ 2 ໄດ້​ອັດ​ລົງ​ແລ້ວຢູ່​ເມືອງ​ສາງ​ຊ່າ​ແຂວງ​ຫູ​ນານ ສ​ປ ຈີນ​ໃນ​ວັນ​ທີ 20 ກໍ​ລະ​ກົດ​ນີ້ເຊິ່ງຜົນ​ການ​ແຂ່ງ​ຂັນ​​ປາ​ກົດ​ວ່າ ນາງ​ຫວາງ​ຢາ​ເມີຍ ຈາກ​ບັງ​ກະ​ລາ​ເດັດ​​ໄດ້ຕາງ​ໜ້າ​ນັກ​ສຶກ​ສາ​ອາ​ຊີ, ທ້າວ​ກົ່ງ​ຮ້າວ ຈາກ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ ​ຕາງ​ໜ້າ​ນັກ​ສຶກ​ສາ​ທະ​ວີບ​ອາ​ເມ​ລິ​ກາ, ນາງ​ຊູ​ສ້ຽວ​ສ້ຽວ​ຈາກເບ​ລາ​ຣຸດ​ຊີ​ ​ຕາງ​ໜ້າ​ໃຫ້​ນັກ​ສຶກ​ສາ​ເອີ​ຣົບ, ນາງ​ປາຍ​ລີ້ ຈາກ​ອົ​ສ​ຕ​ຣາ​ລີ ​ຕາງ​ໜ້າ​ ນັກ​ສຶກ​ສາທະ​ວີບ​ໂອ​ເຊ​ນີ​ແລະ​ທ້າວ​ເສິນ​ອ່ານ​ຢີ້ ຈາກ​ມາ​ຣົກ​ຕາງ​ໜ້າ​​ນັກ​ສຶກ​ສາ​ທະ​ວີ​ບອາ​ຟ​ຣິກ​ກາ​ໄດ້​​ເຂົ້າ​ຮອບ 30 ຄົນ​ສຸດ​ທ້າຍ.

ລະ​ບຽບ​ການ​ແຂ່ງ​ຂັນ​ຮອບ​ທີ 2 ​ໃນ​ການ​ແຂ່ງ​ຂັນ"ຂົວ​ພາ​ສ​າຈີນ"​​​ຄັ້ງ​ນີ້​ມີຄວາມ​ຫຍຸ້ງ​ຍາກ​ກວ່າ​ຄັ້ງ​ຜ່ານ​ມາ​ໂດຍ​ໄດ້ແບ່ງ​ນັກ​ສຶກ​ສາ​​ອອກເປັນ​ຈຸ​ຕາມ​ແຕ່​ລະ​ທະ​ວີບ​ເພື່ອແຂ່ງ​ຂັນ​ການ​ສົນ​ທະ​ນາ​ລະ​ຫວ່າງ​ນັກ​ສຶກ​ສາ​ຈີນ​ແລະ​ຕ່າງ​ປະ​ເທດ.ຈາກ​ນີ້​ກໍ​ຄັດ​ເລືອກ​ເອົາ​ຜູ້​ເຂົ້າ​ຮອບ​ຕໍ່​ໄປ​ຕາມ​ອັດ​ຕາ​ສ່ວນ​ຂອງ​ຜູ້​ເຂົ້າ​ຮ່ວມແຂ່ງ​ຂັນ.

ຫຼັງ​ເຂົ້າ​ຮອບ 30 ຄົນ​ສຸດ​ທ້າຍ​ແລ້ວ, ບັນ​ດາ​ນັກ​ສຶກ​ສາ​ຈະ​ຕ້ອງ​ຜ່ານການ​ທົດ​ສອບ​ທີ່​ມີ​ຄວາມ​ທ້າ​ທາຍ​ສູງກວ່າ​ເກົ່າ​ໂດຍ​ແຂ່ງ​ຂັນ​ຕອບ​ຄຳ​ຖາມ​ເພື່ອ​ຄັດ​ເລືອກໃຫ້​ເຫຼືອ 15 ຄົນ​ສຸດ​ທ້າຍ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ