ມີ 107 ອົງການຮ່ວມ​ເປັນ​ສະມາຊິກຜູ້​ກໍ່ຕັ້ງ​ສະມາຄົມການ​ຮ່ວມ​ມື​ການ​ເງິນ​ອາຊີ
2017-07-21 16:40:08  cri 

ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ກ່າວ​ໃນ​ພິທີຖະ​ແຫຼງຂ່າວ​​ໃນວັນ​ທີ 20 ກໍລະກົດ​ນີ້​ວ່າ: ຈີນ​ຊົມ​ເຊີຍ​ຕໍ່​ການຈະ​ຈັດພິທີ​ສ້າງຕັ້ງສະມາຄົມການ​ຮ່ວມ​ມື​ການ​ເງິນ​ອາຊີ​​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 24 ກໍລະກົດ​ນີ້. ຂະນະ​ທີ່​ມາ​ເຖິງປັດຈຸບັນ​​ໄດ້ມີ 107 ອົງການ​​ຈາກ 5 ທະວີບ​​ເຂົ້າຮ່ວມ​ເປັນ​ສະມາຊິກຜູ້​ກໍ່ຕັ້ງສະມາຄົມ​ດັ່ງກ່າວ​ແລ້ວ.

ທ່ານ​ລູ້​ຄ່າງ ກ່າວ​ວ່າ: ​ຈີນ​ສຸມ​ໃສ່​ຊຸກຍູ້​​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະ​ຫວ່າງ​ສະ​ຖາ​ບັນ​ການ​ເງິນ​ພາກ​ພື້ນ​ມາ​ໂດຍ​ຕະຫຼອດ ​ໂດຍ​ເຫັນ​ໄດ້ເ​ມື່ອ​ເດືອນ​ມີນາ​ປີ 2015, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​​ສະ​ເໜີ​ໃນ​ກອງ​ປະຊຸມ​ປະຈຳ​ປີ​ເວທີ​ປຶກສາ​ຫາລື​ອາຊີ​ໂປອາວ ​ໂດຍ​ໃຫ້​ຄົ້ນຄວ້າ​ການ​ສ້າງ​ເວທີ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ສະ​ຖາ​ບັນ​ການ​ເງິນ​ອາຊີ. ຈາກ​ນັ້ນ, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນ​ຕີ​ຈີນ ກໍ​ໄດ້​ສະ​ເໜີຂໍ້​ລິ​ເລີ່​ມສ້າງຕັ້ງສະມາຄົມ​ການ​ຮ່ວມ​ມື​ການ​ເງິນ​ອາຊີຫຼາຍ​ເທື່ອ ​ແລະ​ພວກ​ເຮົາ​ກໍ​ດີ​ໃຈ​ທີ່​ໄດ້​ເຫັນ​ຂໍ້​ລິ​ເລີ່​ມດັ່ງກ່າວ​ຂອງ​ຜູ້ນຳ​ຈີນ​ໄດ້​ຮັບ​ການ​ຕອບ​ຮັບ​ຢ່າງຕັ້ງໜ້າ​ແລະ​ການ​ສະໜັບສະໜູນຢ່າງ​ໃຫຍ່​ຈາກ​ສະ​ຖາ​ບັນ​ການ​ເງິນ​ອາຊີ​ກໍ​ຄື​ພາກ​ພື້ນ​ອື່ນໆ.

ທ່ານ​ລູ້​ຄ່າງ ​ໃຫ້​ຮູ້​ຕື່ມ​ວ່າ: ສະມາຄົມ​ການ​ຮ່ວມ​ມື​ການ​ເງິນ​ອາຊີ​ໄດ້​ສ້າງຕັ້ງຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 11 ພຶດສະພາ​ປີ​ນີ້ ​ໂດຍ​ມີ​ສຳນັກງານ​ໃຫຍ່​ຕັ້ງຢູ່​ນະຄອນຫຼວງປັກ​ກິ່ງ ​ແລະ​ຖື​ວ່າ​ເປັນ​ຜົນ​ງານໜຶ່ງທີ່​ເກີດ​ຈາກ​ເວທີ​ປຶກສາ​ຫາລື​ສຸດ​ຍອດການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ