ຟິລິບ​ປິນ​ແລະ​ຫວຽດນາມ​ຈະ​ກາຍ​ເປັນ​ສູນ​ກາງ​ຜະລິດ​ລົດທີ່​ພັດທະນາ​​ໄວ​ຢູ່ອາຊີ
2017-07-21 16:42:11  cri 

​​ເວັບ​ໄຊ​ກະຊວງ​ການ​ຄ້າ​ຈີນ​​ໄດ້​ອ້າງ​ຕາມ​ການ​ລາຍ​ງານ​ຂ່າວ​ຈາກ​ໜັງສືພິມ​ການ​ຄ້າ​ຟິລິບ​ປິນຫວ່າງ​ມໍ່ໆ​ນີ້​​ວ່າ: ບໍລິສັດ​ BMI ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ ​ໂດຍ​ລະບຸ​ວ່າ ​ແຕ່​ປີ 2017-2021, ຟິລິບ​ປິນ ​ແລະ ຫວຽດນາມ​ຈະ​ກາຍ​ເປັນ​ສູນ​ກາງ​ຜະລິດລົດ​ທີ່​ພັດທະນາ​ໄວ​ກວ່າ​ໝູ່​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ໂດຍ​​ຟິລິ​ບປິນຈະຜະລິດ​ໄດ້​ເຖິງ 3 ​ແສນ 5 ໝື່ນ 9000 ຄັນ ​ເຕີບ​ໂຕ 300% ​ແລະ ຫວຽດນາມຈະຜະລິດ​ເພີ່ມ​ຂຶ້ນທົບ​ເທົ່າ ຄື ​ໃຫ້​ໄດ້ 1 ​ແສນ 1 ໝື່ນ 2000 ຄັນ.

ປີຜ່ານມາ, ​ເສດຖະກິດ​ຟິລິບ​ປິນ ​ແລະ ຫວຽດນາມ​ໄດ້​ເຕີບ​ໂຕກ​ວ່າ 6% ​​ເຊິ່ງ​ນຳ​ໜ້າ​ໃນ​ໂລກ. ຂະນະ​ທີ່​ການຈຳໜ່າຍ​ລົດຂອງ​ສອງ​ປະ​ເທດ​ດັ່ງກ່າວ​ໄດ້​ເພີ່ມ​ຂຶ້ນຢ່າງຫຼວງຫຼາຍ ຕົ້ນຕໍ​​​ແລ້ວເປັນ​ຜົນ​ມາຈາກ​​ເສດຖະກິດ​​ໄດ້​ຮັບ​ການພັດທະນາ​ຢ່າງ​ຄຶກຄັກ, ລາຍ​ຮັບ​ສະ​ເລ່ຍຕໍ່​ຫົວ​ຄົນ​ເພີ່ມ​ຂຶ້ນ ​ແລະ ພາຍ​ໃນ​ປະ​ເທດມີ​ຜູ້​ບໍລິ​ໂພ​ກ​ເປັນຈຳນວນຫຼາຍ. ຂະນະ​ທີ່​ບໍລິສັດ​ຜະລິດ​ລົດ​ຕ່າງໆ ກໍ​ພະຍາຍາມ​ເຈາະ​ຕະຫຼາດນີ້. ​​ແນວ​ໃດ​ກໍ​ດີ, BMI ​ໄດ້​ຄາດ​ຄະ​ເນ​ວ່າ ​ໃນ 5 ປີ​ຕໍ່ໜ້າ, ຢູ່​ຟິລິບ​ປິນ ​ແລະ ຫວຽດນາມ ການ​ຊື້​ລົດຈະ​ເພີ່ມ​ຂຶ້ນ​ໂດຍ​ສະ​ເລ່ຍ 15% ຕໍ່​ປີ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ