ພົບ​ແມງ​ກະພຸ​ນດອກ​ຄາຍ​​ເກົ່າ​ແກ່​ກວ່າ​ໄດ​ໂນ​ເສົາຢູ່​ເມືອງ​ຢີ້ອູ່
2017-07-21 17:01:23  cri 


ວັນ​ທີ 18 ກໍລະກົດ​ນີ້, ຊາວ​ເມືອງ​ຊູຊີ ທີ່​ຂຶ້ນກັບ​ເມືອງ​ຢີ້ອູ່ ສປ ຈີນ ​ໄດ້​ພົບ​ແມງ​ກະພຸ​ນດອກ​ຄາຍ​ທີ່​ຕ່າງ​ກໍ​ກ່າວ​ຂານວ່າ​ເປັນ "ໝີ​ແພນ​ດາ​ໃນ​ນ້ຳ" ​ໂດຍ​ບັງ​ເອີນ ຂະນະທີ່​ຄົນ​ລອຍ​ນ້ຳ​​ເຫັນ​ຢູ່​ໜອງ​ຂອງ​ບ້ານຕົນ. ​​ແມງ​ກະພຸນດອກ​ຄາຍ​ນີ້​ມີ​ຊີວິດ​ໃນ​ໂລກ​ເປັນ​ເວລາຫຼາຍຮ້ອຍ​ລ້ານ​ເຖິງຫຼາຍຕື້​ປີ​ມາ​ແລ້ວ ເປັນ​ສັດຕະ​ກູນ​ໂຄ​ເລນ​ເຕຣາຕາ(Coelenterata)ດຶກ​ດຳ​ບັນ​ທີ່​ສຸດ ບໍ່​ມີ​ກະດູກສັນຫຼັງ ​ແລະ ​ເປັນ​ພື້ນຖານ​ທີ່​ສຸດ ຈຶ່ງຖືກ​ເອີ້ນ​ວ່າ "ຟົດ​ຊິນ​ເປັນ". ​ແມງ​ກະພຸ​ນມີຄຸນ​ຄ່າ​ຕໍ່​ການຄົ້ນຄວ້າ​ສູງ​ສົມຄວນ ​ທັງ​ເປັນ​ສັດທີ່​ຄົນ​ມັກ​ຊົມ, ມັນດຳລົງ​ຊີວິດ​ຢູ່ນ້ຳ​ທີ່​ສະອາດ​ທີ່​ສຸດ, ​ເຂດ​ນ້ຳ​ທີ່​ມັນ​ອາ​ໄສ​ຢູ່​ນັ້ນຕ້ອງ​ບໍ່​ຖືກ​ມົນ​ລະ​ພິດ, ສະອາດ, ສ່ວນຫຼາຍເປັນນ້ຳ​ທາດ​ກົດ. ຂະນະ​ທີ່​ແມງ​ກະພຸ​ນດອກ​ຄາຍ​ໄດ້​ປາກົດ​ຕົວ​ຢູ່​ເມືອງ​ຢີ້ອູ່ ຫຼັງ​​ເຂດ​ນ້ຳ​ຕ່າງໆ​ຂອງ​ເມືອງ​ດັ່ງກ່າວ​​ຖືກປັບ​ປຸງໃຫ້​ສະອາດ​ມາຫຼາຍປີ.
1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ