ຊາວຕ່າງປະ​ເທດ​ເກືອບ 500 ຄົນ​ໄດ້​ບັດ​ຂຽວຂອງປັກ​ກິ່ງ
2017-07-21 16:51:58  cri 

​ເພື່ອ​ປະດິດ​ສ້າງ​ກົນ​ໄກ​ສົ່ງ​ເສີມ​ການ​ໃຊ້​ບຸກຄະລາ​ກອນ​ຕ່າງປະ​ເທດ  ​ນັບ​ແຕ່​ປີ 2016 ​ເປັນຕົ້ນມາ, ນະຄອນຫຼວງປັກ​ກິ່ງ​ເລີ່​ມທົດ​ລອງ​ໃຊ້​ນະ​ໂຍບາຍ​ອອກບັດ​ຂຽວ​ໃຫ້ບຸກຄະລາ​ກອນ​ຂັ້ນ​ສູງ​ສັນຊາດ​ຕ່າງປະ​ເທດ​ຢູ່​ເຂດ​ຈົ່ງ​ກ່ວນຊຸ່ນ ​ແລະ​ ມາ​ຮອດ​ປັດຈຸບັນ, ນະ​ໂຍບາຍ​ດັ່ງກ່າວ​ໄດ້​ຂະຫຍາຍ​ໄປ​ສູ່​ເຂດ​ອື່ນໆຂອງ​ນະຄອນຫຼວງປັກ​ກິ່ງ​. ມາ​ຮອດ​ທ້າຍ​ເດືອນ​ພຶດສະພາ​ປີ​ນີ້, ປັກ​ກິ່ງ​ໄດ້​ອອກ​ບັດ​ຂຽວ​ໃຫ້​ແກ່​ບຸກຄະລາ​ກອນ​ຊາວ​ຕ່າງປະ​ເທດ​ເກືອບ 500 ຄົນ​ຢູ່​ປັກ​ກິ່ງ​ຢ່າງ​ຖາວອນແລ້ວ.

ພາຍຫຼັງນາງ​ໂນຣາ ຊິນ​ເຣວາ ຊາວ​ບູນ​ກາຣີ ​​ນັກ​ສຶກສາ​ປະລິນຍາ​ເອກ​ມະຫາວິທະຍາ​ໄລ​ພາສາ​ສາດ​ປັກ​ກິ່ງ ສອບ​ຖາມ​ແລ້ວ​ກໍ​ໄດ້​ຮູ້​ຂໍ້​ກຳນົດ​ໃໝ່​ໃນ​ປັດຈຸບັນ​ ຄື ຢ່າງ​ໜ້ອຍ​​ໄດ້ຝຶກ​ງານ​ຢູ່​ວິ​ສາ​ຫະກິດ​ໃນ​ເຂດ​ຈົ່ງ​ກ່ວນຊຸ່ນ, ​ແຕ່​ບໍ່​ຈຳ​ເປັນ​ຕ້ອງ​ໄດ້​ເຮັດ​ວຽກ​ມາ 2 ​ປີ​ແລ້ວ ​ເຊິ່ງນາງ​ເຫັນ​ວ່າ ນະ​ໂຍບາຍ​ນີ້​ໄດ້​ສ້າງ​ຄວາມ​ສະດວກ​ໃຫ້​ຕົນ​ ​ເຊິ່ງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ.

ທ່ານ​ຫວາງ​ສວນ​ເສີນ ​ເຈົ້າໜ້າ​ທີ່ໜ່ວຍ​ງານ​ຄຸ້ມ​ຄອງ​ຄົນ​ຕ່າງປະ​ເທດ ຂະ​ແໜງການ​ຄຸ້ມ​ຄອງ​ການ​ເຂົ້າ-ອອກ​ເມືອງ ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບນະຄອນຫຼວງປັກ​ກິ່ງ ​ໄດ້​ເວົ້າຕໍ່​ນັກ​ຂ່າວ​ວ່າ: ນະ​ໂຍບາຍ​ໃໝ່​​ມີ​ການ​ປ່ຽນ​ແປງ​ທີ່​ສຳຄັນ ນັ້ນກໍ​ຄື ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​​ຂໍ​ບັດ​ຂຽວ ​ສຳລັບ​ບຸກຄະລາ​ກອນ​ຊາວ​ຕ່າງປະ​ເທດ​ທີ່​ປະກອບ​ອາຊີບ ຫຼື ປະຕິບັດ​ພາລະກິດ​ຢູ່​ເຂດ​ຈົ່ງ​ກ່ວນຊຸ່ນ​ແລ້ວ, ສາມາດ​ໃຫ້​ຄະນະ​ຄຸ້ມ​ຄອງ​ເຂດ​ດັ່ງກ່າວຊ່ວຍ​​ສະ​ເໜີຊື່ ​ຂໍ​ບັດ​ຂຽວ​ໄດ້ ​ແລະ​ບຸກຄະລາ​ກອນ​ຂັ້ນສູງສັນຊາດ​ຕ່າງປະ​ເທດ​ທີ່ຕ້ອງການຂໍ​​ບັດ​ຂຽວ​ນັ້ນ ​ຖ້າຜ່ານ​ການສະ​ເໜີ​ຊື່​ຂອງ​ຄະນະ​ຄຸ້ມ​ຄອງ​ເຂດ​ຈົ່ງ​ກ່ວນຊຸ່ນ, ເວລາ​ກວດກາ​ກໍ​ຈະ​ສັ້ນລົງຫຼາຍ ຄື ຈາກ 180 ວັນ​​ເຫຼືອພຽງ 50 ວັນ​ເທົ່າ​ນັ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ