ລົດ​ໂດຍ​ສານ​ຕົກເຫວຢູ່​ພາກ​ເໜືອ​​ອິນ​ເດຍ ເຮັດ​ໃຫ້​ມີ​ຜູ້​ໂດຍ​ສານ​ຢ່າງ​ໜ້ອຍ 28 ຄົນ​ເສຍ​ຊີ​ວິດ
2017-07-21 16:56:33  cri 
ເຈົ້າ​ໜ້າ​ທີ່​ອິນ​ເດຍ​ກ່າວ​ວ່າ: ໃນ​​ຕອນ​ເຊົ້າວັນ​ທີ 20 ກໍ​ລະ​ກົດ​ນີ້, ລົດ​ໂດຍ​ສານ​ຄັນ​ໜຶ່ງ​ຢູ່​ເຂດ​ຣຳ​ປູ​ລັດ​ຮີ​ມາ​ຊາ​ເອວ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ຕົນ​ໄດ້​ຕົກ​ເຫວ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ໂດຍ​ສາ​ນ​ຢ່າງ​ໜ້ອຍ 28 ຄົນ​ເສຍ​ຊີ​ວິດ ແລະ 9 ຄົນເຈັບ​​ສາ​ຫັດ.

ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ທ້ອງ​ຖິ່ນ​ກ່າວ​ວ່າ: ລົດ​ໂດຍ​ສານ​ດັ່ງ​ກ່າວ​ໄດ້​ບັນ​ທຸກ​ຜູ້​ໂດຍ​ສານ​ຢ່າງ​ໜ້ອຍ 40 ຄົນ ໂດຍໃນ​ເວ​ລາ​ປະ​ມານ 9 ໂມງ 15 ນາ​ທີ​ຂອງ​ມື້​ດັ່ງ​ກ່າວ​ໄດ້​ຕົກ​​ເຫວ​ເຊິ່ງ​ຫ່າງ​ຈາກ​ຊີມ​ລາ​ເທດ​ສະ​ບານ​ລັດ​ຮີ​ມາ​ຊາ​ເອວ 120 ກິ​ໂລ​ແມັດ ແລະເນື່ອງ​ຈາກ​ເປັນ​ເຫວ​ເລິກ​ປະ​ມານ 200 ແມັດ ຄາດ​ວ່າ​ຈະ​ມີ​ຜູ້​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ​ອີກ.

​ສື່ມວນ​ຊົນ​ປະ​ເທດ​ດັ່ງ​ກ່າວ​ລາຍ​ງານ​ວ່າ: ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໄດ້​ສົ່ງ​ພະ​ນັກ​ງານ​ກູ້​ໄພ​ໄປ​ຈຸດເກີດ​ເຫດ​​ໂດຍ​ໄດ້​ນຳ​ເອົາຜູ້​ບາດ​ເຈັບ​ບາງ​ຄົນສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ໃກ້​ຈຸດ​ເກີດ​ເຫດ​ແລ້ວ, ສ່ວນ​ສາ​ເຫດ​ການເກີດ​ອຸ​ບັດ​ເຫດ​ດັ່ງ​ກ່າວ​ຍັງ​ຢູ່​ໃນ​ໄລ​ຍະ​ສືບ​ສວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ