ເສດ​ຖະ​ກິ​ດ​ໄທ​ສືບ​ຕໍ່​ພັດ​ທະ​ນາໄປ​​ໃນ​ທາງ​ທີ່​ດີ​ແລະ​​ມີ​ທ່າ​ອ່ຽງ​ດີ​ຂຶ້ນ
2017-07-21 16:57:16  cri 
ເວັບ​ໄຊ​ກະ​ຊວງ​ການ​ຄ້າ​ໄທ​ໃຫ້​ຮູ້​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ຈະ​ຕຸ​ຣົນ ໃຈ​ສາງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ນະ​ໂຍ​ບາຍ​ເງິນ​ຕາຂອ​ງ​ທະ​ນາ​ຄານ​ກາງ​ໄທ​ກ່າວ​ວ່າ: ເສດ​ຖະ​ກິດ​ໄທ​ສືບ​ຕໍ່​ພັດ​ທະ​ນາ​ໄປ​ໃນ​ທາງ​ທີ່​ດີ​ແລະ​ມີ​ທ່າ​ອ່ຽງ​ດີຂຶ້ນ ເຊິ່ງຄາດ​ວ່າ​ການ​ສົ່ງ​ອອກ​ແລະ​ການ​ທ່ອງ​ທ່ຽວ​ຍັງ​ແມ່ນ​ກຳ​ລັງ​ຊຸກ​ດັນ​ທີ່​ສຳ​ຄັນ​ເຮັດ​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕໃນ​ທ້າຍ​ປີ​ນີ້. ​ຂະ​ນະ​ດຽວ​ກັນ​ກໍ​ຄາດວ່າ​ຄວາມ​ໄວ​ຂອງ​ການ​ເຕີບ​ໂຕ​​ທາງ​ເສດ​ຖະ​ກິດ​ໃນ​ປີນີ້ ຈະ​ບັນ​ລຸ​ໃນ​ລະ​ດັບ 3,5%, ແລະ​ປີ 2018 ອາດ​ຈະ​ບັນ​ລຸ 3,7%.

ແນວ​ໃດ​ກໍ​ດີ, ທ່ານ ຈະ​ຕຸ​ຣົນ ໄດ້​ຮ​ຽກ​ຮ້ອງ​ໃຫ້​ເອົ​າ​ໃຈ​ໃສ່ຕໍ່​ປັດ​ໄຈ​ສ່ຽງ​ຈາກ​ພາຍນອກ ລວມ​ທັງ​ຄວາມ​ໄວ​ຂອງ​ການ​ເຕີບ​ໂຕ​​ທາງ​​ເສດ​ຖະ​ກິດຂອງ​ປະ​ເທດ​ຄູ່​ຮ່ວມ​ການ​ຄ້າ​​ຕ່ຳ​ກວ່າ​ຄາດ​ໝາຍ ລວມ​ທັງນະ​ໂຍ​ບາຍ​ຂອງ​ອາ​ເມ​ລິ​ກາ​ທີ່​ບໍ່​ແນ່ນອນ,​ການ​ເມືອງ​ໃນ​ປະ​ເທດ​ທີ່​ບໍ່​ມີ​ສະ​ຖຽນ​ລະ​ພາບອາດ​ຈະ​ກະ​ທົບ​ຕໍ່​ການ​ເຕີບ​ໂຕ​​ທາງ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຄູ່​ຮ່ວມ​ການ​ຄ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ