10 ປີ​ທີ່​ບໍ່​ເຄີຍ​ທໍ້​ຖອຍ
2017-07-21 16:58:39  cri 


ທ້າວ ຫຼີ​ເສີງ ທີ່​ເປັນ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ສະ​ຖາ​ບັນ​ວິ​ຈິດ​ຕະ​ກຳ​ສູນ​ກາງ​ຈີນ​ມາ​ເປັນ​ເວ​ລາ 10 ປີ​ໄດ້​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຂອງ​ຕົນ​ໃນ​ການ​ສຶກ​ສາ​ຮ່ຳ​ຮຽນ​ແລະ​ໃນ​ທີ່​ສຸດ​ກໍ​ໄດ້​ຮັບ​ໃບ​ຢັ້ງ​ຢືນ​ເຂົ້າ​ຮຽນ​ສະ​ຖາ​ບັນ​ດັ່ງ​ກ່າວ. ປີ​ນີ້​ລາ​ວ​ມີ​ອາ​ຍຸ 28 ປີ ໂດຍ​ຕະ​ຫຼອດ​ໄລ​ຍະ 10 ປີ​ຜ່ານ​ມາ, ລາວ​ທັງ​ເຮັດ​ວຽກ​ທັງ​ສຶກ​ສາ​ຮ່ຳ​ຮຽນ, ແຕ່​ກໍ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ເນື່ອງ​ຈາກ​ຄະ​ແນນ​ໃນ​ວິ​ຊາ​ວັດ​ທະ​ນະ​ທຳ​ຕົກ. ເຖິງ​ປານ​ນັ້ນ​ລາວ​ກໍ່​ບໍ່​ທໍ້​ຖອຍ​ຈົນ​ມາ​ເຖິງ​ປີ 2016, ລາວ​ໄດ້​ເລີ່ມ​ຮຽນ​ວິ​ຊາ​ວັດ​ທະ​ນະ​ທຳ​ແລະ​ໃນ​ທີ່​ສຸດ​ຄື​ປີ​ນີ້​ລາວ​ກໍ່​ສາ​ມາດ​ເສັງ​ເຂົ້າ​ສະ​ຖາ​ບັນ​ດ້ວຍ​ຄະ​ແນນ 412 ຄະ​ແນນ​ສົມ​ດັ່ງ​ຄວາມ​ຕັ້ງ​ໃຈ. ກ່ອນ​ໜ້າ​ນີ້, ລາວ​ໄດ້​ທີ 8 ໃນ​ທົ່ວ​ປະ​ເທດ​ຈາກ​ການ​ເສັງ​ວິ​ຊາ​ວິ​ຈິດ​ຕະ​ກຳ​ຂອງ​ສະ​ຖາ​ບັນ​ດັ່ງ​ກ່າວ. ເລື່ອງ​ນີ້ບອກ​ໃຫ້​ພວກ​ເຮົາ​ຮູ້​ວ່າ​ຖ້າ​ມີ​ຄວາມ​ຝັນ ແລະ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຢ່າງ​ທໍ້​ຖອຍ​ແລ້ວ​ກໍ​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ດັ່ງ​ຕັ້ງ​ໃຈ​ໄວ້​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ