ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ປະ​ກາດ​ຍຸບ​ແນວ​ໂຮ​ມ​ປົດ​ປ່ອຍ​ອິ​ສ​ລາມ
2017-07-21 10:34:26  cri 
ສື່ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ໃນ​ວັນ​ທີ 20 ກໍ​ລະ​ກົດ​ນີ້​ວ່າ, ອີງ​ຕາມ​ດຳ​ລັດ​ເລກ​ທີ 2 ປີ 2017 ວ່າ​ດ້ວຍການ​ຄຸ້ມ​ຄອງ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ທີ່​ທ່ານ ໂຈ​ໂກ ວິ​ໂດ​ໂດ ປະ​ທານ​າ​ທິ​ບໍ​ດີ​ອິນ​ໂດ​ເນ​ຍ​ລົງ​ນາມ​ໃນ​ວັນ​ທີ 10 ກໍ​ລະ​ກົດ​ນີ້, ທ່ານ​ຢາ​ຊົນ​ນາ ລາວ​ລີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຸ​ລາ​ການ​ແລະ​ສິດ​ທິ​ມະ​ນຸດ​ອິນ​ໂດ​ເນ​ເຊຍ​ໄດ້​ປະ​ກາດ​​ການ​ຕົກ​ລົງ​ຂອງ​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ ທີ່ຍຸບ​ແນວ​ໂຮມ​ປົດ​ປ່ອຍ​ອິ​ສ​ລາມ ໃນ​ເວ​ລາ 10 ໂມງ​ເຊົ້າ​ວັນ​ທີ 19 ກໍ​ລະ​ກົດ​ນີ້ ເຊິ່ງ​ໝາຍ​ຄວາມ​ວ່າ​ອົງ​ການ​​ຈັດ​ຕັ້ງຫົວ​ຮຸນ​ແຮງ​ດັ່ງ​ກ່າວໄດ້​ຖືກ​ລັດ​ຖະ​ບານ​ຍຸບ​ຢ່າງ​ເປັນ​ທາງ​ການ.

ທ່ານ​ວິ​ຣັນ​ໂຕ ລັດ​ຖະ​ມົນ​ຕີ​ກະ​ຊວງ​ວຽກ​ງານ​ການ​ເມືອງ, ກົດ​ໝາຍ​ແລະ​ຄວາມ​ໝັ້ນ​ຄົງ​ອິນ​ໂດ​ເນ​ເຊຍ​ໄດ້​ອະ​ທິ​ບາຍ​ວ່າ: ໃນ​ຖາ​ນະ​ເປັນ​ອົງ​ການນິ​ຕິ​ບັນ​ຍັດ, ອົງ​ການ​ດັ່ງ​ກ່າວ​ບໍ່​ໄດ້​ຕັ້ງ​ໜ້າເສີມ​ຂະ​ຫຍາຍ​ບົດ​ບາດ​​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ປະ​ເທດ​ຊາດ ເຊິ່ງການ​ເຄື່ອນ​ໄຫວ​ກໍ​ລະ​ເມີດຫຼັກ​ການ​ສ້າງ​ຕັ້ງ​ປະ​ເທດ​ແລະ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ປີ 1945 ຂອງ​ປະ​ເທດ ແລະ​​ສ້າງ​ຄວາມ​ວຸ້ນ​ວາຍ​ໃນ​ສັງ​ຄົມ, ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​​ແລະ​ຂໍ້​ກຳ​ນົດ​ກົດ​ລະ​ບຽບ​ຕໍ່​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ.

ມື້​ດຽວ​ກັນ, ທ່ານ​ທາວ​ຟິກ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ກໍ​ອອກ​ມາ​ສະ​ແດງຄວາມ​ເຫັນ​ດີ​ຕໍ່​ການ​ຕົກ​ລົງ​ຂອງ​ລັດ​ຖະ​ບານ ແລະ​ເຫັນ​ວ່າ ນີ້​ເປັນ​ສິ​ດ​ອຳ​ນາດ​ຂອງ​ລັດ​ຖະ​ບານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ