ການ​ຄ້າ​ຈີນ​ແລະ​ຟີ​ລິບ​ປິນ​ສົດ​ໃສ​ຈາກ​ການ​ປັບ​ປຸງສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດດີ​ຂຶ້ນ
2017-07-21 10:55:12  cri 
ໜັງ​ສື​ພິມ​ຟີ​ລິ​ບ​ປິນ​ສ​ຕາ​ສະ​ບັບ​ວັນ​ທີ 20 ກໍ​ລະ​ກົດ​ນີ້​ລາຍ​ງານ​ວ່າ, ທ່ານ​ຣາ​ມອນ ໂລ​ເປ​ສ ລັດ​ຖະ​ມົນ​ຕີ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຟີ​ລິບ​ປິນ​ເປີດ​ເຜີຍ​ເມື່ອ​ມໍ່ໆ​ມາ​ນີ້​ວ່າ, ​​ຈາກ​ການ​ທີ່ສາຍ​ພົວ​ພັນ​ທາງ​ການ​ເມືອງ​ລະ​ຫວ່າງ​ຈີນ​ແລະ​ຟີ​ລິບ​ປິນ​ນັບ​ມື້​ດີ​ຂຶ້ນ ໄດ້​ສົ່ງ​ຜົນ​ໃຫ້​ແກ່​ການ​ພົວ​ພັນ​ທາງ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ດີ​ຂຶ້ນ ແລະ​ການ​ລົງ​ທຶນ​ສອງ​ຝ່າຍ. ທັງ​ນີ້​ເປັນ​ການ​ຢືນ​ຢັນ​ອີກ​ເທື່ອ​ໜຶ່ງວ່າ ທ່ານ​ໂຣດ​ຣິ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ໄດ້​ຕັ້ງ​ໜ້າ​ປັບ​ປຸງ​ສາຍ​ພົວ​ພັນ​ສອງ​ປະ​ເທດ ເພື່ອນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ສູ່ເສດ​ຖະ​ກິດ​ຂອງ​ປະ​ເທດ.

ທ່ານ​ໂລ​ເປ​ສ​ກ່າວ​ວ່າ, ຍອດ​ມູ​ນ​ຄ່າ​ສົ່ງ​ອອກກັບ​ຈີນ ລວມ​ທັງ​ຮົງ​ກົງ​ຈີນ ຂອງ​ຟີ​ລິບ​ປິນ​​ແຕ່​ເດືອນ​ມັງ​ກອນ​ເຖິງ​ເດືອນ​ພຶດ​ສະ​ພາ​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ 34%, ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ດຸນ​ດ່ຽງ. ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການຂອງ​ທ່ານ​ດູ​ເຕີ​ເຕ​ທີ່​ຈະ​ຊ່ວຍ​ກະ​ສິ​ກອນ​ແລະ​ຊາວ​ປະ​ມົງ​ຟີ​ລິບ​ປິນດີ​ຂຶ້ນ, 18 ວິ​ສາ​ຫະ​ກິດຂອງ​ຈີນ​ໄດ້​ຈັດ​ຊື້​ສິນ​ຄ້າດ້ວຍ​ມູນ​ຄ່າ 1 ຕື້ 700 ລ້ານ​ໂດ​ລາຈາກ 30 ​ວິ​ສາ​ຫະ​ກິດ​ຂອງ​ຟີ​ລິບ​ປິນ, ໃນ​ນີ້​ສ່ວນຫຼາຍ​ແມ່ນ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ​ອັນໄດ້​ສົ່ງ​ຜົນ​ທີ່ຕັ້ງ​ໜ້າ​ຕໍ່​ການ​​ສົ່ງ​ອອກ​ແລະ​ສະ​ພາບ​ຂາດ​ດຸນ​ການ​ຄ້າ​ຂອງ​ຟີ​ລິ​ບ​ປິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ