ຫວຽດ​ນາມ​ຈະ​ລົງ​ທຶນ​ປັບ​ປຸງ​ສະ​ໜາມ​ບິນ 3 ແຫ່ງ 538 ລ້ານ​ໂດ​ລາ
2017-07-21 14:34:47  cri 
​ໜັງ​ສື​ພິມ​ເສດ​ຖະ​ກິດ​ຫວຽດ​ນາມ​ທາມ​ສ໌​ລາຍ​ງານ​ວ່າ, ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດການ​ບິນ, ບໍ​ລິ​ສັດ​ການ​ບິນ​ຫວຽດ​ນາມ​ຈະ​ລົງ​ທຶນ 538 ລ້ານ​ໂດ​ລາ ເພື່ອ​ປັບ​ປຸງ​ສະ​ໜາມ​ບິນ​ຂອງ​ຮາຍ​ຟອງ, ​ທວນ​ຮ​ວາ ແລະ​ກວາງ​​ນາມ.

ບໍ​ລິ​ສັດ​ດັ່ງ​ກ່າວ​ຈະ​ເລີ່ມ​ປັບ​ປຸງ​ສະ​ໜາມ​ບິນ​​ຮາຍ​ຟອງ​ແຕ່​ປີ 2018 ເປັນ​ຕົ້ນ​ໄປ ໂດຍ​ຈະລົງ​ທຶນ 7 ລ້ານ 4 ແສນ​ໂດ​ລາ ເພື່ອ​​ຮອງ​ຮັບ​ຜູ້​ໂດຍ​ສານ​ຂອງ​ສະ​ໜາມ​ບິນ​ເມືອງ​ທວນ​ຮ​ວາ​ໃຫ້​ໄດ້ 1 ລ້ານ 5 ແສນ​ເທື່ອ​ຄົນ ຫາ 1 ລ້ານ 8 ແສນ​ເທື່ອ​ຄົນ ຕໍ່​ປີ​ໃນ​ປີ 2017 ແລະ​ປີ 2018 ແລະ​ຈະ​ລົງ​ທຶນ 119 ລ້ານ​ໂດ​ລາ ເພື່ອ​ຮອງ​ຮັບ​ຜູ້​ໂດຍ​ສານ​ຂອງ​ສະ​ໜາມ​ບິນ​ເມືອງກວາງ​ນາມ​ໃຫ້​ໄດ້ 4 ລ້ານເທື່ອ​ຄົນ​ຕໍ່​ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ