ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ອິ​ສ​ຣາ​ແອນ​ກັບ​ປາແລັ​ສ​ຕິນ​ຮັກ​ສາ​​ຄວາມອົດ​ກັ້ນ, ຫຼີກ​ເວັ້ນ​ບໍ່​ໃຫ້​ການ​ປະ​ທະ​ກັນ​ຮຸນ​ແຮງ​ຂຶ້ນ
2017-07-22 15:35:49  cri 

ວັນ​ທີ 21 ກໍ​ລະ​ກົດ​ນີ້, ທ່ານ​ອັນ​ໂຕ​ນີ​ໂອ ກູເຕີເຣ​ສ ເລ​ຂາ​ທິ​ການ​ໃຫຍ່​​ອົງ​ການສະ​ຫະ​ປະ​ຊາ​ຊາດ​ອອກ​ຖະ​ແຫຼງ​ການ​ໂດຍ​ຜ່ານ​ໂຄ​ສົກ​​ໂດຍ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່ມືອງ​ເກົ່າ​ເ​ຢຣູ​ຊາ​ເຣມ​ເກີດເຫດ​ການ​ຄວາມຮຸນແຮງ​ຢ່າງ​ບໍ່​ຂາດ, ແລະ​ຮຽກ​ຮ້ອງ​ສອງ​ຝ່າຍ​ອິ​ສ​ຣາ​ແອນ​ກັບ​ປາແລັ​ສ​ຕິນ​​ຈົງຮັກ​ສາ​​ຄວາມ​ອົດ​ກັ້ນ, ຫຼີກ​ເວັ້ນ​ບໍ່​ໃຫ້​ການ​ປະ​ທະ​ກັນ​ຮຸນ​ແຮງ​ຂຶ້ນ​ອີກ.

ທ່ານ​ກູ​​ເຕີ​ເຣ​ສ​ຕິ​ຕຽນ​ເຫດ​ການ​ທີ່ຕຳ​ຫຼວດ​ທະ​ຫານ​ອິ​ສ​ຣາ​ແອນ​ກັບ​ຊາວ​ປາ​​ແລັສ​ຕິນ​ເກີດ​ການ​ປະ​ທະ​ກັນ​ຢູ່​ຫຼາຍ​ແຫ່ງ​ຂອງ​ພາກ​ຕ​າ​ເວັນ​ອອກ​ເຢຣູ​ຊາ​ເຣມ​ແລະ​ຝັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນ​ແລະ​ເຮັດ​ໃຫ້​​ຊາວ​ປະ​ເລັ​ສ​ຕິນ 3 ຄົນ​ເສຍ​ຊີ​ວິດ, ຮຽກ​ຮ້ອງ​ໃຫ້ກວດ​ສອບ​ເຫດ​ການ​ນີ້​ຢ່າງ​ຮອບ​ດ້ານ​ໂດຍ​ໄວ. ໃນ​ຖະ​ແຫຼງ​ການ​ອີກ​ສະ​ບັບ​ໜຶ່ງ, ທ່ານ​ກູ​​ເຕີ​ເຣ​ສ​ໄດ້​ຕິ​ຕຽນ​ເຫດ​ການ​ທີ່​​ຊາວປາ​ເລັ​ສ​ຕິນ​ຜູ້ 1 ​ເອົາ​ມີດ​ໂຈມ​ຕີ​ຊາວ​ອິ​ສ​ຣາ​ແອນ​ຢູ່​ຝັ່ງ​​ຕາ​ເວັນ​ຕົກແມ່​ນ້ຳ​​ຈໍ​ແດນ​ໃນ​ມື້​ດຽວ​ກັນ. ທ່ານ​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ຫຼີກ​ເວັ້ນ​ຄຳ​ເວົ້າ​ແລະ​ການ​ກະ​ທຳ​ທີ່​ອາດ​ຈະ​ເຮັດ​ໃຫ້​ການ​ປະ​ທະ​ກັນ​ຮຸນ​ແຮງ​ຂຶ້ນ​ອີກ.

ວັນ​ທີ 21 ກໍ​ລະ​ກົດ​ນີ້, ​ເຈົ້າ​ໜ້າ​ທີ່ທະ​ຫານ​ປ້ອງ​ກັນ​ປະ​ເທດ​ອິ​ສ​ຣ​າ​ແອນ​ກ່າວ​ວ່າ, ຢູ່​ຮາ​ລາ​ມີ​ສ ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນໄດ້​ເກີດ​ເຫດ​ການ​ທີ່​​ຊາວ​ປາ​ເລັ​ສ​ຕິນ​​ເອົາມີດ​ໂຈມ​ຕີ​ຊາວອິ​ສ​ຣາ​ແອນ​ໃຫ້ 3 ຄົນ​ເສ​ຍ​ຊີ​ວິດ​ແລະ 1 ຄົນ​ບາດ​ເຈັບ.

ວັນ​ທີ 21 ກໍ​ລະ​ກົດ​ນີ້, ອິ​ສ​ຣ​າ​ແອນ​ປະ​ຕິ​ເສດ​​ມ້າງປະ​ຕູ​ຢັ່ງ​ແທກ​ໂລ​ຫະ​ຢູ່​ທາງ​ເຂົ້າ​ຂອງ​ພູ​​ວັດເມືອງ​ເກົ່າ​​ເຢ​ຣູ​ຊາ​ເຣມ ( ​ຊາວມູ​ສ​ລິມ​ເອີ້ນ​ວ່າ​ເປັນ​ສ​ະ​ຖານ​ທີ່​ສັກ​ສິດ ), ແລະຈຳ​ກັດ​ອາ​ຍຸ​ຂອງ​​ຊາວ​ປະ​ເລັ​ສ​ຕິນ​ທີ່​ໄປ​ນະ​ມັດ​ສະ​ການ​ຢູ່​ສຸ​ເຫຼົ່າ​ອິດ​ສະ​ລາມອາກ​ຊາ, ພາ​ໃຫ້​​ການ​ປະ​ທ້ວງ​ຂອງ​ກຸ່ມ​ຄົນ​ມູ​ສ​ລີມ​ແລະການ​ປະ​ທະ​ກັນ​ກັບ​ຕຳ​ຫຼວດ​ທະ​ຫານ​ອິ​ສ​ຣາ​ແອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ