ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້ 4 ປະ​ເທດ​ຄື​ອາ​ຣັບ​ບີ​ຊາ​ອຸ​ດິດ​ເປັນ​ຕົ້ນຍົກ​ເລີກ​ການ​ອັດ​ຕັນ​ຕໍ່ກາ​ຕາ
2017-07-22 15:37:37  cri 

ວັນ​ທີ 21 ກໍ​ລະ​ກົດ​ນີ້, ທ່ານ​ເຣກ​ສ໌ ຕີ​ເລີ​ຊັນ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ກາ​ຕາ​ໄດ້​ມີ​ທ່າ​ທີ​ອັນ​ຕັ້ງ​ໜ້າ​ໃນ​ດ້ານ​ຕ້ານ​ການ​ກໍ່​ການ​ຮ້າຍ, ຫວັງ​ໃຫ້ 4 ປະ​ເທດ​ຄື​ອາ​ຣັບ​ບີ​ຊາ​ອຸ​ດິດ​ເປັນ​ຕົ້ນ​ຈົ່ງ​ຍົກ​ເລີກ​ການ​ອັດ​ຕັນ​ຕໍ່​ກາ​ຕາ​ໂດຍ​ໄວ.

ມື້​ດຽວ​ກັນ, ໃນ​ເວ​ລາ​ພົບ​ປະ​ນັກ​ຂ່າວ​ຮ່ວມ​ກັບ​ທ່ານ​ຢູ​ເຊ​ຟ ອາ​ລາ​ວີ ບິນ ອາບ​ດູ​ລາ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໂອ​ມານ​ທີ່​ໄປ​ຢ້ຽມ​ຢາມ​ຢູ່​ວໍ​ຊິງ​ຕັງ, ທ່ານ​ຕີ​ເລີ​ຊັນ​ກ່າວ​ວ່າ, ກາ​ຕາ​ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ບົດ​ບັນ​ທຶກ​​ຄວາມເຂົ້າ​ໃຈ​ວ່າ​ດ້ວຍ​ການໂຈມ​ຕີ​ ການ​ສະ​ໜັບ​ສະ​ໜູນ​ລັດ​ທິ​ກໍ່​ການ​ຮ້າຍ​ດ້ວຍ​ເງິນ​ທຶນ​ທີ່​​ອາ​ເມ​ລິ​ກາ​ກັບ​ກາ​ຕາເຊັນ​ໃນ​ຫວ່າງ​ມໍ່ໆ​ນີ້, ໃນ​ຂະ​ນະ​ດຽວ​ກັນ, ກາ​ຕາ​ກໍ່​ສະ​ແດງ​ຄວາມ​ປາ​ຖະ​ໜາ​ທີ່​ແກ້​ໄຂ​ບັນ​ຫາ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ກັບ 4 ປະ​ເທດ​ຄືອາ​ຣັບ​ບີ​ຊາ​ອຸ​ດິດ​ເປັນ​ຕົ້ນ.

ທ່ານ​ຕີ​ເລີ​ຊັນ​ກ່າວ​ວ່າ, ການ​ອັດ​ຕັນ​ຂອງ 4 ປະ​ເທດ​ໄດ້​ມີ​ຜົນ​ສະ​ທ້ອນ​​ທາງ​ລົບ​ຕໍ່ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກາ​ຕາ, ຫວັງ​ໃຫ້ 4 ປະ​ເທດ​​ຈະສາ​ມາດ​ ​ນຳ​ໃຊ້​ການ​ເຄື່ອນ​ໄຫວ​ອັນ​ຕັ້ງ​ໜ້າ, ພິ​ຈາ​ລະ​ນາ​ຍົກ​ເລີກ​ການ​ອັດ​ຕັນ​ຕໍ່​ກາ​ຕາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ