ສານ​ສູງ​ສຸດ​ຂອງ​ໄທ​ຈະ​ປະ​ກາດ​ຜົນ​ການ​ຕັດ​ສິນ​ຄະ​ດີ​ຈັດ​ຊື້​ເຂົ້າ​ສານ​ຂອງ​ທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​​ໃນ​ທ້າຍ​ເດືອນ​ໜ້າ
2017-07-22 15:04:11  cri 
ວັນ​ທີ 21 ກໍ​ລະ​ກົດ​ນີ້, ສານ​ສູງ​ສຸດ​ຂອງ​ໄທ​ໄດ້​ຈັດ​ງານ​ຟັງ​ຄຳ​ໃຫ້​ການເທື່ອສຸດ​ທ້າຍ​ກ່ຽວ​ກັບ​ຄະ​ດີ​ຈັດ​ຊື້​ເຂົ້າ​ສານ​ຂອງທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ນາງ​ໄດ້​ຂຶ້ນ​ສານ​ໃນ​ມື້​ດັ່ງ​ກ່າວ. ສານ​ສູງ​ສຸດ​ຂອງ​ໄທ​ໄດ້​ຕົກ​ລົງ​ຈະ​ປະ​ກາດ​ຜົນ​ການ​ຕັດ​ສິນ​ກ່ຽວ​ກັບ​ຄະ​ດີ​ດັ່ງ​ກ່າວ​ໃນ​ວັນ​ທີ 25 ເດືອນ​ໜ້າ.

ສານ​ດັ່ງ​ກ່າວ​ເຫັນ​ວ່າ​ຄຳ​ເວົ້າ​​ຂອງ​ຝ່າຍ​ທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ​ທີ່ວ່າ​​ຂັ້ນ​ຕອນ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ກັບ​ຄະ​ດີ​ດັ່ງ​ກ່າວ​ຖືກ​ສົງ​ໄສລະ​ເມີດ​ລັດ​ຖະ​ທຳ​ມະ​ນູນ​​ນັ້ນບໍ່​​ເປັນ​ຄວາມ​ຈິງ, ສະ​ນັ້ນ​ຈຶ່ງ​ໄດ້​ປະ​ຕິ​ເສດຄວາ​ມ​ຮ້ອງ​ຂໍ​ຂອງ​ນາງ​ທີ່​ຈະ​ຍື່ນ​ຄະ​ດີ​ດັ່ງ​ກ່າວ​ໄປ​ຍັງ​ສານ​ລັດ​ຖະ​ທຳ​ມະ​ນູນ​ເພື່ອ​ຮັບ​​ການສືບ​ສວນ​ສອບ​ສວນ​ຕື່ມ​ອີກ. ວັນ​ທີ 25 ສິງ​ຫາໜ້າ​ນີ້, ສາ​ນ​ສູງ​ສຸດ​​ຈະ​ປະ​ກາດ​ຜົນ​ການ​ຕັດ​ສິນ​,ຖ້າ​ເປັນ​ໂທດ​ແທ້, ນາງ​ອາດ​ຈະ​ຖືກ​ຕັດ​ອິດ​ສະ​ຫຼະ​ພາບ​ເປັນ​ເວ​ລາ​ຍາວ​ທີ່​ສຸດ 10 ປີ.

​ຂ່າວ​ແຈ້ງວ່າ,ສານ​ສູງ​ສຸດ​ຂອງ​ໄທ​ໄດ້​ດຳ​ເນີນ​ການ​ສືບ​ສວນ​​ສອບ​ສວນ​ຕໍ່​ຄະ​ດີ​ດັ່ງ​ກ່າວ​ເປັນ​ເວ​ລາ 2 ປີ. ໃນ​ເດືອນ​ກຸມ​ພາ​ປີ 2015, ຫ້ອງ​ການ​ໄອ​ຍະ​ການ​ໃຫຍ່​ຂອງ​ໄທ​ໄດ້​ຮ້ອງ​ຟ້ອງ​ທາງ​ອາ​ຍາ​​ທ່ານ​ນາງ​ ຍິ່ງ​ລັກ ຊິນ​ນະ​ວັດ ຕໍ່​ສານ​ສູງ​ສຸດ​ຂອງ​ໄທ​ຢ່າງ​ເປັນ​ທາງ​ການ ໃນ​ຂໍ້​ຫາ​ນາງ​ໄດ້​ລະ​ເມີດ​ກົດ​ໝາຍ​ອາ​ຍາ​ແລະ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງໃນໂຄງ​ການ​ຈັດ​ຊື້​ເຂົ້າ​ສານ​ໃນ​​ໄລ​ຍະດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສົ່ງ​ຜົນ​ເຮັດ​ໃຫ້​ການ​ຂາດ​ດຸນ​ງົບ​ປະ​ມານ​ແລະ​ການ​ສະ​ສົມ​​ທັນ​ຍາຫານ​ໄວ້​ຫຼາຍ​ເກີນ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ