ເອກ​ອັກ​ຄະ​ລັດ​ຖະ​ທູດຈີນ​ປະ​ຈຳ​ລາວ​ຍື່ນ​ສານ​ຕາ​ຕັ້ງ​​ໃຫ້​ປະ​ທານ​ປະ​ເທດລາວ
2017-07-22 15:13:25  cri 


ວັນ​ທີ 21 ກໍ​ລະ​ກົດ​ນີ້ ຢູ່​​ຫໍ​ຄຳ​ທີ່​ນະ​ຄອນ​ຫຼວງວຽງ​ຈັນ ສ​ປ​ປ ລາວ, ທ່ານ ວາງ​​ເວີນທ່ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ໄດ້ຍື່ນ​ສານ​ຕາ​ຕັ້ງ​ໃຫ້ທ່ານ ບຸນ​ຍັງ ວໍ​ລະ​ຈິດ ປະ​ທານ​ປະ​ເທດ​ລາວ.


ທ່ານ ​ວາງ​ເວີ​ນ​ທ່ຽນ ໄດ້​ຝາກ​ຄວາມອວຍ​ພອນ​​​ອັນ​ປະ​ເສີດແລະ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ຂອງ​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄປ​ຍັງ​ທ່ານ ບຸນ​ຍັງ ວໍ​ລະ​ຈິດ ປະ​ທານ​ປະ​ເທດ​ລາວ. ທ່ານ ບຸນ​ຍັງ ວໍ​ລະ​ຈິດ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຕໍ່​ທ່ານ ວາງ​​ເວີນທ່ຽນ ຂຶ້ນ​ດຳ​ລົງ​ຕຳ​ແໜ່ງເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ໃໝ່ ພ້ອມ​ທັງ​ຂໍ​ໃຫ້​ທ່ານ​ວາງ​​ເວີນທ່ຽນ​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ຕົນ​ໄປ​ຍັງ​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດຈີນ​.


ທ່ານ ບຸນ​ຍັງ ວໍ​ລະ​ຈິດ ກ່າວ​ວ່າ: ສາຍ​ພົວ​ພັນໄມ​ຕີ​ຈິດ​ມິດ​ຕະ​ພາບ​ແລະ​​ການ​ຮ່ວມ​ມືຮອບ​ດ້ານ​ລະ​ຫວ່າງ​ລາວ​ກັບ​ຈີນ​ໄດ້​ຮັກ​ສາ​ທ່າ​ອ່ຽງ​ແຫ່ງ​ການ​ພັດ​ທະ​ນາ​ທີ່​ດີ​ມາ​ໂດຍ​ຕະ​ຫຼອດ, ຝ່າຍ​ລາວ​ຮູ້​ສຶກ​ດີ​ອົກ​ດີ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ​​ໃນ​ຊຸມ​ປີ​ຜ່ານ​ມາ​ທີ່ໄດ້​ຮັບ​ຜົ​ນ​ສຳ​ເລັດ​ທີ່​ອຸ​ດົມ​ສົມ​ບູນ, ເຊື່ອ​ໝັ້ນ​ວ່າ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວາງ​ເວີນ​ທ່ຽນ​ຈະ​ສາ​ມາດ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງກວ່າ​ເກົ່າ​ຕໍ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ໄລ​ຍະ​ປະ​ຕິ​ບັດ​ໜ້າ​ທີ່ຕຳ​ແໜ່ງ.

ທ່ານ ​ວາງ​ເວີນ​ທ່ຽນ ກ່າວ​ວ່າ: ປັດ​ຈຸ​ບັນ, ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພວມ​ຢູ່​ໃນ​ໄລ​ຍະ​ທີ່​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ, ແມ່ນ​ປະ​ເທດ​ໃກ້​ຄຽງ​ທີ່​ດີ,ເພື່ອນ​ມິດ​ທີ່​ດີ​,ສະ​ຫາຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ທີ່​ດີ​ຢ່າງ​ແທ້​ຈິງ. ທ່ານ​ຈະ​ຮ່ວມ​ກັບ​ຝ່າຍ​ລາວ​ຮ່ວມ​ກັນ​ພະ​ຍາ​ຍາມ​ເລັ່ງ​ລັດ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ສຳ​ຄັນ​ຢ່າງ​ເປັນ​ເອ​ກະ​ພາບ​ລະ​ຫວ່າງ​ຜູ້​ນຳ​ຂອງ​ສອງ​ປະ​ເທດ,ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​​ໃນ​ຍຸກ​ໃໝ່ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ ວາງ​ເວີນ​ທ່ຽນ ໄດ້​ເດີນ​ທາງ​ໄປ​ຮອດ​ນະ​ຄອນ​ຫຼວງວຽງ​ຈັນ​ແລະ​ເລີ່ມ​ດຳ​ລົງ​ຕຳ​ແໜ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ໃນ​ວັນ​ທີ 14 ກໍ​ລະ​ກົດ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ