ຕາມສັນຍາທີ່ທະນາຄານການຄ້າຕ່າງປະເທດລາວມະຫາຊົນເຊັນກັບບໍລິສັດຫຼັກຊັບລາວ-ຈີນຈຳກັດໃນຫວ່າງມໍ່ໆນີ້, ທະນາຄານການຄ້າຕ່າງປະເທດລາວມະຫາຊົນຈະກາຍເປັນບໍລິສັດທີ່ຂາຍຫຸ້ນໃນຕະຫຼາດຫຼັກຊັບລາວແຫ່ງທຳອິດທີ່ໄປຈັດງານດຶງດູດການລົງທຶນຢູ່ຈີນ.
ເພື່ອຈຳໜ່າຍບັດຫຸ້ນສ່ວນເພີ່ມຂຶ້ນ,ທະນາຄານການຄ້າຕ່າງປະເທດລາວມະຫາຊົນຈະຈັດໃຫ້ມີງານດຶງດູດການລົງທຶນ 5 ເທື່ອ, ໃນນັ້ນມີເທື່ອໜຶ່ງຈະຈັດຂຶ້ນຢູ່ນະຄອນຊຽງໄຮຂອງຈີນໃນວັນທີ 27 ກໍລະກົດນີ້. ການທີ່ບໍລິສັດທີ່ຂາຍຫຸ້ນໃນຕະຫຼາດຫຼັກຊັບລາວຈັດງານດຶງດູດການລົງທຶນຢູ່ຈີນນັ້ນ ຈະມີຜົນດີຕໍ່ນັກລົງທຶນຈີນຊອກຮູ້ຕະຫຼາດທຶນຮອນຂອງລາວ.
ທະນາຄານການຄ້າຕ່າງປະເທດລາວມະຫາຊົນແມ່ນທະນາຄານທຸລະກິດແຫ່ງລັດທີ່ໃຫຍ່ສຸດຂອງລາວ, ການເພີ່ມຈຳໜ່າຍບັດຫຸ້ນສ່ວນໃນຄັ້ງນີ້ມີແຜນຈະລະດົມທຶນ 360 ຕື້ກີບ.
ບໍລິສັດຫຼັກຊັບລາວ-ຈີນຈຳກັດເລີ່ມເປີດບໍລິການຢູ່ນະຄອນຫຼວງວຽງຈັນ ໃນເດືອນພະຈິກປີ 2013, ແມ່ນບໍລິສັດຫຼັກຊັບຮ່ວມທຶນແຫ່ງທຳອິດທີ່ຄະນະກຳມະການຄຸ້ມຄອງຂະແໜງຫຼັກຊັບຈີນອະນຸມັດໃຫ້ສ້າງຂຶ້ນຢູ່ຕ່າງປະເທດ ໂດຍບໍລິສັດຫຼັກຊັບປາຊີຟິກຈີນຈຳກັດ, ທະນາຄານສົ່ງເສີມກະສິກຳລາວ ແລະ ບໍລິສັດອຸດສາຫະກຳຂໍ້ມູນຂ່າວສານລາວຈຳກັດຮ່ວມກັນສ້າງຂຶ້ນ.