ເອ​ທີ​ໂອ​ປີ​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ການ​ບິນ
2017-07-23 14:11:37  cri 
ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ອາ​ມັດ ຊິດ, ລັດ​ຖະ​ມົນ​ຕີ​ກະ​ວງ​ຄົມ​ມະ​ນາ​ຄົດ​ເອ​ທີ​ໂອ​​ປີ​ກ່າວ​ວ່າ, ເອ​ທີ​ໂອ​ບີ​ພວມ​ພະ​ຍາ​ຍາມ​ສ້າງ​ເປັນ​ສູນ​ກາງ​ເຊື່ອມ​ຕໍ່​ທາງ​ການ​ບິນ​ຂອງ​ອາ​ຟ​ຣີ​ກາ, ​ແລະ​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ການ​ບິນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ.

ທ່ານ​ຊິດ​ເຫັນ​ວ່າ, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ເອ​ທີ​ໂອ​ປີ​ໃນ​ຂົງ​ເຂດ​ການ​ບິນ​ຈະ​ເປັ​ນ​ເສົາ​ຄ້ຳ​ທີ່​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

ປັດ​ຈຸ​ບັນ, ຈີນ​ໄດ້​ກາຍ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ທີ່​ສຳ​ຄັນ​ຂອງ​ບໍ​ລິ​ສັດ​ການ​ບິນ​ເອ​ທີ​ໂອປີ​ໂດຍບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້​ເປີດບໍ​ລິ​ການ​ຖ້ຽວ​ບິນ​ໄປ​ກັບ​ລະ​ຫວ່າງ​ປະ​ເທດ​ຕົນ​ຫາ​ປັກ​ກິ່ງ, ຊຽງ​ໄຮ, ກວາງ​ໂຈ່ວ, ເສີງ​ຕູ່​ແລະ​ຮົງ​ກົງ​ຂອງ​ຈີນ.

ທ່ານຊິດ​ກ່າວ​ຕື່​ມ​ວ່າ, ຈີນ​ພວມ​ພະ​ຍາ​ຍາມ​ພັດ​ທະ​ນາ​ໃຫ້​ເປັນ​ສູນ​ຜະ​ລິດ​ເຮືອ​ບິນ​ທີ່​ສຳ​ຄັນ​ຂອງ​ໂລກ, ​ຂະ​ນະ​ທີ່​ປະ​ເທດ​ຕົນ​ຫວັງ​ວ່າ​ຈະ​ເປັນ​ລູກ​ຄ້າ​ທີ່​ສຳ​ຄັນ​ຂອງ​​ເຮືອ​ບິນຈີນໃນ​ອະ​ນາ​ຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ