ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນຮຸ່ນ "ຟົດ"ລຳ​ທຳ​ອິດ​ຂອງກອງ​ທັບ​ເຮືອ​ອາ​ເມ​ລິ​ກາ​ເລີ່ມ​​ເຂົ້າ​ປະ​ຈຳ​ການຢ່າງ​ເປັນ​ທາງ​ການ
2017-07-23 15:03:29  cri 
ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ພະ​ລັງ​ນິວ​ເຄຼຍ​ຮຸ່ນ "ຟົດ"​ຮຸ່ນຫຼ້າ​ສຸດ​​ທີ່​ມີ​ຊື່​ວ່າ "ເຈ​​ຣານດ ຟົດ"ຂອງກອງ​ທັບ​ເຮືອ​ອາ​ເມ​ລິ​ກາ​ໄດ້ເຂົ້າ​ປະ​ຈຳ​ການ​ຢູ່​ຖານ​ທັບ​ກອງ​ທັບ​ເຮືອ​ນໍ​ໂຟນ​ຄ໌​ລັດ​ເວີ​ຈີ​ເນຍ​​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ໃນ​ວັນ​ທີ22ກໍ​ລະ​ກົດ​ນີ້.

ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ "ຟົດ"ເລີ່ມ​​ຜະ​ລິດ​ຢ່າງ​ເປັນ​ທາງ​ການ​ໃນ​ປີ2009, ແລະ​ມອບ​ໃຫ້​ກອງ​ທັບ​ເຮືອ​ອາ​ເມ​ລິ​ກາ​ໃນ​ທ້າຍ​ເດືອນ​ພຶດ​ສະ​ພາ​ປີ​ນີ້, ຖືກຖື​ເປັນກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ທີ່​ໃຊ້​ເງິນຫຼາຍ​ທີ່​ສຸດ ດ້ວຍ​ຄ່າ​ຜະ​ລິດ​ເກືອບ13ຕື້​ໂດ​ລາ​ສະ​ຫະ​ລັດ.

ໃນ​ພິ​ທີ​ສະຫຼອງ​ການ​ເຂົ້າ​ປະ​ຈຳ​ການຂອງກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ດັ່ງ​ກ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາຊົມ​ເຊີຍວ່າ "ນີ້​ເປັນ​ຜົນ​ສຳ​ເລັດ​ທີ່​​ຍິ່ງ​ໃຫຍ່", ແລະ​ສັນ​ຍາ​ວ່າ​ຈະ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ສະ​ພາ​ຮັບ​ຮອງ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ​ທີ່​ຈະ​ເພີ່ມ​ອີກ54ຕື້​ໂດ​ລາ​ໃນ​ສົກ​ປີ2018ທີ່​ສະ​ເໜີ​ໂດຍ​ທຳ​ນຽບ​ຂາວ, ເພື່ອ​ຮັບ​ປະ​ກັນ​​ໃຫ້ກອງ​ທັບ​ອາ​ເມ​ລິ​ກາ​ໄດ້​ຮັບ​ງົບ​ປະ​ມານ​ທາງການ​ທະ​ຫານ​ທີ່​ຫຼາຍກວ່າ​ເກົ່າ, ໝັ້ນ​ທ່ຽງ​ແລະ​ຄາດ​ໝາຍ​ໄດ້.

ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ "ເຈ​ຣານ​ດ໌ ຟົດ"ເປັນກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນຮຸ່ນ​ໃໝ່​ລຳ​ທຳ​ອິດ​ທີ່​ອາ​ເມ​ລິ​ກາ​ຜະ​ລິດ​ໃນ​ຮອບ​ເກືອບ40ປີ​ຜ່ານ​ມາ, ແລະ​ເປັນກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ທີ່​ທັນ​ສະ​ໄໝ​ທີ່​ສຸດ​ໃນ​ໂລກ​ປັດ​ຈຸ​ບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ