ກອ​ງ​ທັບ​ຊີ​ຣີ​ປະ​ກາດ​ຢຸດ​ຍິງ​ຢູ່​ຊານ​ເມືອງ​ຕາ​ເວັນ​ອອກ​ຂອງ​ດາ​ມັ​ສ
2017-07-23 16:12:41  cri 
ວັນ​ທີ22ກໍ​ລະ​ກົດ​ນີ້, ກອງ​ທັບ​ຊີ​ຣີ​ປະ​ກາດ​ຢຸດ​ຍິງ​ຢູ່​ຊານ​ເມືອງ​ຕາ​ເວັນ​ອອກ​ຂອງ​ນະ​ຄອນຫຼວງ​ດາ​ມັ​ສ, ເລີ່ມ​ແຕ່12ໂມງ​ຂອງ​ວັນ​ດັ່ງ​ກ່າວ​ເປັນ​ຕົ້ນ​ໄປ.

ກອງ​ທັບ​ຊີ​ຣີຢືນ​ຢັນ​ໃນ​ຖະ​ແຫຼງ​ການ​ທີ່​ປະ​ກາດ​ໃນ​ວັນ​ດັ່ງ​ກ່າວ​ວ່າ, ກອງ​ທັບ​ລັດ​ຖະ​ບານ​ຈະ​ໂຈມ​ຕີ​ຄືນ​ຕໍ່​ການ​ກະ​ທຳ​ທີ່​ທຳ​ລາຍ​ການ​ຢຸດ​ຍິງ. ນອກ​ນີ້​ຂ່າວ​ແຈ້ງວ່າ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ໄດ້ຢືນ​ຢັນ​ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ​ວ່າ, ຝ່າຍ​ຕ່າງໆ​ທີ່​ປະ​ທະ​ກັນ​ໄດ້​ບັນ​ລຸ​ການ​ເຊັນ​ສັນ​ຍາ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ "ເຂດຫຼຸດ​ຜ່ອນ​ການ​ປະ​ທະ​ກັນ"ຢູ່​ເຂດ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ