ການ​ໂຈ​ມ​ຕີ​ທາງ​ອາ​ກາດ​ຂອງກອງ​ທັບ​ອີ​ຣັກ​ເຮັດ​ໃຫ້​ ​ກຸ່ມIS ​ເສ​ຍ​ຊີ​ວິດຫຼາຍ​ສິບ​ຄົນ
2017-07-23 16:20:25  cri 
ກອງ​ທັບ​ອີ​ຣັກຢືນ​ຢັນ​ໃນ​ວັນ​ທີ22ກໍ​ລະ​ກົດ​ນີ້ວ່າ, ກອງ​ທັບ​ອາ​ກາດປະ​ເທດ​ຕົນ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ສອງ​ເມືອງ​ຢູ່​ແຂວງ​ອານ​ບາ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ອີ​ຣັກ, ເຮັດ​ໃຫ້ກຸ່ມ​ຫົວ​ຮຸນ​ແຮງ IS ​ເສ​ຍ​ຊີ​ວິດຫຼາຍ​ສິບ​ຄົນ.

ກອງ​ບັນ​ຊາ​ການ​ຮ່ວມ​ອີ​ຣັກ​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງວ່າ, ອີງ​ຕາມ​ຂໍ້​ມູນ​ຈາກອົງ​ການ​ສືບ​ຂ່າວ, ຍົນ​ຮົບ​ຂອງກອງ​ທັບ​ອາ​ກາດ​ອີ​ຣັກ​ໄດ້​ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ສອງ​ເມືອງ​ຂອງ​ແຂວງ​ອານ​ບາ, ​ແລະ​ສາ​ມາດ​ທຳ​ລາຍກອງ​ບັນ​ຊາ​ການ​ແຫ່ງ​ໜຶ່ງ, ສາງ​ອາ​ວຸດ2ແຫ່ງ​ແລະ​ໂຮງ​ງານ​ຜະ​ລິດ​ລົດ​ຍົນ​ລະ​ເບີດ​ແຫ່ງ​ໜຶ່ງ​ຂອງ​ກຸ່ມIS, ​ທັງ​ສັງ​ຫານ​ສະ​ມ​ຊິກຂອງ​ກຸ່ມ​ດັ່ງ​ກ່າວ​ໄດ້ຫຼາຍ​ສິບ​ຄົນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ