ຈີນ-ຣັດ​ເຊຍ​ເລີ່ມ​ຊ້ອມ​ຮົບ​​​ຮ່ວມທາງ​ທະ​ເລ 2017 ຢ່າງ​ເປັນ​ທາງ​ການ
2017-07-23 14:51:29  cri 

ພິ​ທີ​ເປີດ​ການ​ຊ້ອມ​ຮົບ​ຮ່ວມ​ທາງ​ທະ​ເລ​ຈີນ-ຣັດ​ເຊຍ 2017 ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ກຳ​ກັບ​ການ​ຊ້ອມ​ຮົບ​ຢູ່​ທ່າ​ກຳ​ປັ່ນ ບາ​ຣ​ຕິ​ສ​ຄ ປະ​ເທດ​ຣັດ​ເຊຍ​ໃນ​ຕອນ​ເຊົ້າ​ວັນ​ທີ 22 ກໍ​ລະ​ກົດ​ນີ້​ໂດຍ​ທ່ານ​ທຽນ​ຈົ່ງ ຮອງ​ຜູ້​ບັນ​ຊາ​ການ​ກອງ​ທັບ​ເຮືອ​ຈີນ, ຜູ້​ກຳ​ກັບ​ການ​ຊ້ອມ​ຮົບ​ຝ່າຍ​ຈີນ​ ໄດ້​ກ່າວ​ປາ​ໄສ​ ແລະ​ທ່ານ​ອາ​ເລັກ​ຊັນ​ດ​ຣາ ເຟ​ໂດ​ເຕນ​ຄົ​ຟ ​ຮອງ​ຜູ້​ບັນ​ຊາ​ການກອງ​ທັບ​ເຮືອ​ຣັດ​ເຊຍ, ຜູ້​ກຳ​ກັບ​ການ​ຊ້ອມ​ຮົບຝ່າຍ​ຣັດ​ເຊຍ​ກ່າວ​ປາ​ໄສ​ທັງ​ປະ​ກາດ​ເລີ່ມ​ການ​ຊ້ອມຮົບ​ຄັ້ງ​ນີ້.

ທ່ານ​ທຽນ​ຈົ່ງ​ຢືນ​ຢັນ​ວ່າ ການ​ຊ້ອມ​ຮົບ​ຮ່ວ​ມ​ທາງ​ທະ​ເລ​ຈີນ-ຣັດ​ເຊຍ​ເປັນ​ມາດ​ຕະ​ການ​ຕົວ​ຈິງ​ທີ່​ຈີນ-ຣັດ​ເຊຍ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ທັງ​ເປັນ​ການ​ເຄື່ອນ​ໄຫວ​ສຳ​ຄັນ​ເພື່ອ​ລົງ​ເລິກການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ລະ​ຫວ່າ​ງ​ສອງ​ປະ​ເທດ​ສອງກອງ​ທັບ​ໂດຍ​ສະ​ເພາະ​ສອງກອງ​ທັບ​​ເຮືອ ເຊິ່ງ​ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັ​ນ​ຕິ​ພາບ​ຂອງ​ໂລກ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ໄລ​ຍະ 6 ປີ​ຜ່ານ​ມາ, ສອງກອງ​ທັບ​ຈີນ-ຣັດ​ເຊຍ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນໃນ​ລະ​ດັບ​ສູງ, ​ຮ່ວມ​ມື​ກັນ​ເປັນ​ຢ່າງ​ດີ, ເປີດກວ້າງ​ແລະ​ລົງ​ເລິກ​ຂົງ​ເຂດ​ແລກ​ປ່ຽນ​ການ​ຊ້ອມ​ຮົບ​ຢ່າງ​ຕໍ່​ເນື່ອງ ​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຫຼວງຫຼາຍ. ປີ​ນີ້, ສອງກອງ​ທັບ​ຈະ​ຍຶດ​ໝັ້ນ​ທັດ​ສະ​ນະ​ຄະ​ຕິ​ທີ່​ມີ​ຜົນ​ສຳ​ເລັດ​ໃນ​ທຸກ​ປີ​ຜ່ານ​ມາ, ສຸມ​ໃສ່ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ຈາກ​ລັດ​ທິ​ກໍ່​ການ​ຮ້າຍ​​ທີ່​ບັນ​ດາ​ປະ​ເທດ​ຜະ​ເຊີນ​ໃນ​ການ​ເຄື່ອນ​ໄຫວເສດ​ຖະ​ກິດ​ທາງ​ທະ​ເລ​ພ້ອມ​ດ້ວຍ​ການ​ກູ້​ໄພ​ສຸກ​ເສີນ, ຍົກ​ລະ​ດັບ​ການ​ແລກ​ປ່ຽນ​ແລະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ຕື່ມ​ອີກ ເພື່ອ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ຕົວ​ຈິງ​ແລະ​ຄວາມ​ສາ​ມາດ​ການ​​ເຄື່ອນ​ໄຫວ​ຮ່ວມ​ຂອງກອງ​ທັບ​ເຮືອ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ທ່ານອາ​ເລັກ​ຊັນ​ດ​ຣາ ເຟ​ໂດ​ເຕນ​ຄົ​ຟ ​​ກ່າວ​ວ່າ: ນັບ​ແຕ່​ຈີນ-ຣັດ​ເຊຍ​ຈັດ​ການ​ຊ້ອມ​ຮົບ​ຮ່ວມ​ທາງ​ທະ​ເລ​ເມື່ອ​ປີ 2012 ເປັນ​ຕົ້ນ​ມາ, ການ​ຊ້ອມ​ຮົບກໍ​ສັບ​ສົນ​ ​ແລະ​ມີ​ລະ​ດັບ​ວິ​ຊາ​ການ​ສູງກວ່າ ​ເກົ່າແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງກອງ​ທັບ​ກໍ​ມີ​ປະ​ສິດ​ທິ​ພາບ​ສູງກວ່າ​ເກົ່າ. ແນວ​ໃດ​ກໍ​ດີ, ການ​ຊ້ອມ​ຮົບ​ຮ່ວມ​ທາງ​ທະ​ເລ​ຈີນ-ຣັດ​ເຊຍ2017 ​ຈະ​ຊຸກ​ຍູ້ການ​ຮ່ວມ​ມື​​ລະ​ຫວ່າງກອງ​ທັບ​ເຮືອ​ສອງ​ປະ​ເທດແລະ​ຮັດ​ແໜ້ນ​ມິດ​ຕະ​ພາບ​ທີ່​ຈິງ​ໃຈ​ລະ​ຫວ່າງ​ສອງກອງ​ທັບ​ໃຫ້​ແໜ້ນ​ແຟ້ນ​ຂຶ້ນ​ຕື່ມ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ