ພິທີເປີດການຊ້ອມຮົບຮ່ວມທາງທະເລຈີນ-ຣັດເຊຍ 2017 ໄດ້ຈັດຂຶ້ນຢູ່ສູນກຳກັບການຊ້ອມຮົບຢູ່ທ່າກຳປັ່ນ ບາຣຕິສຄ ປະເທດຣັດເຊຍໃນຕອນເຊົ້າວັນທີ 22 ກໍລະກົດນີ້ໂດຍທ່ານທຽນຈົ່ງ ຮອງຜູ້ບັນຊາການກອງທັບເຮືອຈີນ, ຜູ້ກຳກັບການຊ້ອມຮົບຝ່າຍຈີນ ໄດ້ກ່າວປາໄສ ແລະທ່ານອາເລັກຊັນດຣາ ເຟໂດເຕນຄົຟ ຮອງຜູ້ບັນຊາການກອງທັບເຮືອຣັດເຊຍ, ຜູ້ກຳກັບການຊ້ອມຮົບຝ່າຍຣັດເຊຍກ່າວປາໄສທັງປະກາດເລີ່ມການຊ້ອມຮົບຄັ້ງນີ້.
ທ່ານທຽນຈົ່ງຢືນຢັນວ່າ ການຊ້ອມຮົບຮ່ວມທາງທະເລຈີນ-ຣັດເຊຍເປັນມາດຕະການຕົວຈິງທີ່ຈີນ-ຣັດເຊຍຮັດແໜ້ນສາຍພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານລະຫວ່າງສອງປະເທດ ທັງເປັນການເຄື່ອນໄຫວສຳຄັນເພື່ອລົງເລິກການແລກປ່ຽນແລະຮ່ວມມືລະຫວ່າງສອງປະເທດສອງກອງທັບໂດຍສະເພາະສອງກອງທັບເຮືອ ເຊິ່ງມີຜົນດີຕໍ່ສອງປະເທດຮ່ວມກັນປົກປັກຮັກສາສັນຕິພາບຂອງໂລກແລະສະຖຽນລະພາບຂອງພາກພື້ນ. ໄລຍະ 6 ປີຜ່ານມາ, ສອງກອງທັບຈີນ-ຣັດເຊຍມີຄວາມໄວ້ເນື້ອເຊື່ອໃຈກັນໃນລະດັບສູງ, ຮ່ວມມືກັນເປັນຢ່າງດີ, ເປີດກວ້າງແລະລົງເລິກຂົງເຂດແລກປ່ຽນການຊ້ອມຮົບຢ່າງຕໍ່ເນື່ອງ ແລະໄດ້ຮັບຜົນສຳເລັດຢ່າງຫຼວງຫຼາຍ. ປີນີ້, ສອງກອງທັບຈະຍຶດໝັ້ນທັດສະນະຄະຕິທີ່ມີຜົນສຳເລັດໃນທຸກປີຜ່ານມາ, ສຸມໃສ່ຮັບມືກັບໄພຂົ່ມຂູ່ຈາກລັດທິກໍ່ການຮ້າຍທີ່ບັນດາປະເທດຜະເຊີນໃນການເຄື່ອນໄຫວເສດຖະກິດທາງທະເລພ້ອມດ້ວຍການກູ້ໄພສຸກເສີນ, ຍົກລະດັບການແລກປ່ຽນແລະເພີ່ມທະວີການແລກປ່ຽນແລະປະສານງານຕື່ມອີກ ເພື່ອຊຸກຍູ້ໃຫ້ການຮ່ວມມືຕົວຈິງແລະຄວາມສາມາດການເຄື່ອນໄຫວຮ່ວມຂອງກອງທັບເຮືອສອງປະເທດກ້າວຂຶ້ນສູ່ລະດັບໃໝ່.
ທ່ານອາເລັກຊັນດຣາ ເຟໂດເຕນຄົຟ ກ່າວວ່າ: ນັບແຕ່ຈີນ-ຣັດເຊຍຈັດການຊ້ອມຮົບຮ່ວມທາງທະເລເມື່ອປີ 2012 ເປັນຕົ້ນມາ, ການຊ້ອມຮົບກໍສັບສົນ ແລະມີລະດັບວິຊາການສູງກວ່າ ເກົ່າແລະການຮ່ວມມືລະຫວ່າງສອງກອງທັບກໍມີປະສິດທິພາບສູງກວ່າເກົ່າ. ແນວໃດກໍດີ, ການຊ້ອມຮົບຮ່ວມທາງທະເລຈີນ-ຣັດເຊຍ2017 ຈະຊຸກຍູ້ການຮ່ວມມືລະຫວ່າງກອງທັບເຮືອສອງປະເທດແລະຮັດແໜ້ນມິດຕະພາບທີ່ຈິງໃຈລະຫວ່າງສອງກອງທັບໃຫ້ແໜ້ນແຟ້ນຂຶ້ນຕື່ມ.