ລັດ​ຖະ​ສະ​ພາ​ຟີ​ລິບ​ປິນ​ຕົກ​ລົງ​ແກ່​ຍາວ​ການ​ໃຊ້​ກົດ​ໄອ​ຍະ​ການ​ເສິກ​ຢູ່​ພາກ​ໃຕ້
2017-07-23 16:30:28  cri 
​ສະ​ພາ​ສູງ​ແລະ​ສະ​ພາ​ຕ່ຳ​ຟີ​ລິບ​ປິນ​ໄດ້​ຈັດ​ກອງ​ປະ​ຊຸມ​ຮ່ວມ​ໃນ​ວັນ​ທີ 22 ກໍ​ລະ​ກົດ​ນີ້​ໂດຍ​ໄດ້​ຮັບ​ຮອງ​ເອົາ​ຍັດ​ຕິ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໂຣດ​ຣີ​ໂກ ດູ​ເຕີ​ເຕວ່າ​ດ້ວຍ​ການ​ແກ່​ຍາວ​ການ​ໃຊ້​ກົດ​ໄອ​ຍະ​ການ​ເສິກ​ຢູ່​ພາກ​ໃຕ້​ປະ​ເທດ​ຕົນ​ໄປ​ເຖິງທ້າຍ​ປີ 2017 ນີ້​ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ​ສ່ວນຫຼາຍ. ຕາມ​ຍັດ​ຕິ​ດັ່ງ​ກ່າວ, ເກາະ​ມິນ​ດາ​ນາວ​ແລະ​ແຫ່ງ​ອື່ນໆ​ຢູ່​ພາກ​ໃຕ້​ຟີ​ລິບ​ປິນ​ຈະ​ແກ່​ຍາວ​ການ​ໃຊ້​ກົດ​ໄອ​ຍະ​ການ​ເສິກເປັນ​ເວ​ລາ 60 ວັນ​ທີ່​ເລີ່ມ​ປະ​ຕິ​ບັດ​ມາ​ແຕ່​ວັນ​ທີ 23 ພຶດ​ສະ​ພາ​ຜ່ານ​ມາ​ນັ້ນ​ອອກ​ໄປ​ເຖິງວັນ​ທີ 31 ທັນ​ວາ​ປີ 2017 ນີ້.

ໂຄ​ສົກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 22 ກໍ​ລະ​ກົດ​ນີ້​ວ່າ: ປັດ​ຈຸ​ບັນ, ການ​ສູ້​ຮົບ​ຢູ່​ເມືອງ​ມາ​ລາ​ວີ​ຍັງ​ບໍ່​ທັນ​ສິ້ນ​ສຸດ​ເທື່ອ ແລະ​ຍັງ​ຕ້ອງ​ເຮັດ​ວຽກຫຼາຍ​ຢ່າງ​ເພື່ອ​ຟື້ນ​ຟູ​ຄວາມ​ໝັ້ນ​ຄົງ,ກົດ​ໝາຍ​ແລະ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ຂອງ​ທົ່ວ​ເກາະ​ມິນ​ດາ​ນາວ. ຈາກ​ນີ້, ​ປະ​ຊາ​ຊົນ​ທົ່ວ​ທັງ​ຊາດຟີ​ລິບ​ປິນ​ຄວນ​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ເພື່ອ​ເຮັດ​ໃຫ້​ເກາະ​ມິນ​ດາ​ນາວ​ບັນ​ລຸ​ ​ຄວາມ​ສະ​ຫງົບ​ຖາ​ວອນ ແລະ​ສ້າງ​ໃຫ້​ເປັນ​ບ້ານ​ເມືອງ​ທີ່​ສວຍ​ງາມ​ຮັ່ງ​ມີ.

ຂະ​ນະ​ດຽວ​ກັນ, ກອງ​ທັບ​ຟີ​ລິບ​ປິນ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ລັດ​ຖະ​ສະ​ພາ​ຜ່ານ​ຮັບ​ຮອງ​ຍັດ​ຕິ​ວ່າ​ດ້ວຍ​ການ​ແກ່​ຍາວ​ການ​ໃຊ້​ກົດ​ໄອ​ຍະ​ການ​ເສິກ​ນັ້ນ​ເປັນ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ການ​ສູ້​ຮົບ​ຂອງກອງ​ທັບ​ຢູ່​ເມືອງ​ມາ​ລາ​ວີ ທັງ​ເນັ້ນ​ວ່າ ປັດ​ຈຸ​ບັນ ກອງ​ທັບ​ຍັງ​ຄົງ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຈຳ​ນວນ​ບໍ່​ໜ້ອຍ​ຢູ່​ເມືອງ​ດັ່ງ​ກ່າວ.

ວັນ​ທີ 23 ພຶດ​ສະ​ພາ​ຜ່ານ​ມາ, ກອງ​ທັບ​ຟີ​ລິບ​ປິນ​ແລະ​ກຸ່ມ​ມາວ​ເຕ, ກຸ່ມ​ອາ​ບູ​ຊາ​ຢັບ ເຊິ່ງ​ເປັນ​ກຸ່ມ​ປະ​ກອບ​ອາ​ວຸດ​ຕໍ່​ຕ້ານ​ລັດ​ຖະ​ບານ ​ໄດ້​ຍິງ​ປະ​ທະ​ກັນ​ຢູ່​ມາ​ລາ​ວີ ເມືອງ​ພາກ​ໃຕ້​ປະ​ເທດ​ດັ່ງ​ກ່າວ, ມື້​ດຽວ​ກັນ, ທ່ານ​ດູ​ເຕີ​ເຕ​ໄດ້​ປະ​ກາດ​ໃຊ້​ກົດ​ໄອ​ຍະ​ການ​ເສິກ​ເປັນ​ເວ​ລາ 60 ວັນ​ຢູ່​ເກາະ​ມິນ​ດາ​ນາວ​ແລະ ​ອື່ນ​ໆ​ທາງພາກ​ໃຕ້​ປະ​ເທດ​ຕົນ. ​ການ​ສູ້​ຮົບທີ່​ຍັງ​ສືບ​ຕໍ່​ຢູ່​​ທ້ອງ​ຖິ່ນ​ດັ່ງ​ກ່າວ​ໃນ​ປັດ​ຈຸ​ບັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍກວ່າ 550 ຄົນ, ນອກ​ນີ້, ປະ​ຊາ​ຊົນ​ທ້ອງ​ຖິ່ນ​ດັ່ງ​ກ່າວ 4 ແສນ 6 ໝື່ນ 5000 ຄົນ​ຈຳ​ຕ້ອງ​ໜີ​ຈາກ​ບ້ານ​ເມືອງ​ເພື່ອ​ລີ້​ໄພ​ສົງ​ຄາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ