ອີ​ຣານ​ປະ​ຕິ​ເສດ​ປ່ອຍ​ຊາວອາ​ເມ​ລິ​ກາ​ທີ່​ຖືກ​ຈັບ​ກຸມ
2017-07-24 12:45:30  cri 
ສື່ມວນ​ຊົນ​ອີ​ຣານ​ລາຍ​ງານ​ໃນ​ວັນ​ທີ 23 ກໍ​ລະ​ກົດ​ນີ້​ວ່າ: ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ຕຳ​ໜິ​ວ່າ ການ​ທີ່​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້​ອີ​ຣານ​ປ່ອຍ​ ພົນ​ລະ​ເມືອງ​ອາ​ເມ​ລິ​ກາ​ທີ່​ຖືກ​ຈັບ​ກຸມ​ນັ້ນ​ເປັນ​​ການ​ແຊກ​ແຊງ​​ວຽກ​ງານ​ພາຍ​ໃນ​ເຊິ່ງ ອີ​ຣານ​ຮັບ​ເອົາ​ບໍ່​ໄດ້​ຢ່າງ​ເດັດ​ຂາດ.

​ຂ່າວ​ສານ​ຕາ​ສ​ນິມອີ​ຣານໄດ້​​ລາຍ​ງານ​ໂດຍ​ອ້າງ​ຕາມ​ການ​ເປີດ​ເຜີຍ​ຂອງ​ທ່ານ​ບ​າ​ຣ​າມ ຄາ​ເຊ​ມີ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​​ໃນ​ວັນ​ທີ 23 ກໍ​ລະ​ກົດ​ນີ້​ລາຍ​ງານວ່າ: ຜູ້​ທີ່​ເປັນ​ໄພ​ອັນ​ຕະ​ລາຍ​ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ​ແລະ​ລະ​ເມີດ​ກົດ​ໝາຍ​ຂອງ​ອີ​ຣານ​ຈະ​ຖືກ​ລົງ​ໂທດ​ຕາມ​ກົດ​ໝາຍ​ຂອງ​ປະ​ເທດ​ຕົນ ໂດຍ​ຈະ​ບໍ່​ໄດ້​ຮັບ​ຜົນ​ສະ​ທ້ອນ​ຈາກ​ຖະ​ແຫຼງ​ການ​ແບບ​ແຊກ​ແຊງ​ແລະ​ຂົ່ມ​ຂູ່.

ທ່ານ​ຄາ​ເຊ​ມີ​ຢືນ​ຢັນ​ວ່າ ​ຂະ​ບວນ​ການຕຸ​ລະ​ການ​ອີ​ຣານ​ມີ​ຄວາມ​ເປັນ​ອິດ​ສະຫຼະ ແລະ​ມີ​ໜ້າ​ທີ່​ຮັບ​ຜິ​ດ​ຊອບ​​ແກ້​ໄຂ​ການ​ກະ​ທຳ​ທີ່​ເປັນ​ການ​ຂົ່ມ​ຂູ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ອີ​ຣານ.ການ​ກະ​ທຳ​ຕ່າງໆ​ຂອງ​ອາ​ເມ​ລິ​ກາ​ເປັນ​ການ​ກະ​ທຳ​ທີ່​ຜິດ​ພາດ​ແລະ​ຜິດ​ກົດ​ໝາຍ.

ໂຄ​ສົກ​ຂະ​ແໜງ​ການ​ຕຸ​ລາ​ການ​ອີ​ຣານ​ຢືນ​ຢັນ​ໃນ​ວັນ​ທີ 16 ກໍ​ລະ​ກົດ​ນີ້​ວ່າ: ພົນ​ລະ​ເມືອງ​ອາ​ເມ​ລິ​ກາ​ຜູ້​ໜຶ່ງ​ຖືກ​ສານ​ອີ​ຣານ​ຕັດ​ສິນ​ຕັດ​ອິດ​ສະຫຼະ​ພາບ​ເປັນ​ເວ​ລາ 10 ປີ​ເນື່ອງ​ຈາກ​​​ເປັນນັກ​ສືບ​ສອດ​ແນມ. ແຕ່​ປີ​ 2016 ເປັນ​ຕົ້ນ​ມາ, ມີ​ພົນ​ລະ​ເມືອງ​ ​ອາ​ເມ​ລິ​ກາ,ອັງ​ກິດ,ກາ​ນາ​ດາ,ໂອ​ຕ​ຣິ​ສ, ຝະ​ຮັ່ງ​ຫຼາຍ​ຄົນຖືກ​ຈັ​ບ​ຢູ່​ອີ​ຣານ​ແລະ​ຖືກ​ກ່າວ​ຟ້ອງ​ໃນ​ຂໍ້​ຫາ​​ສອດ​ແນມຫຼື​ຮ່ວມ​ມື​ກັບ​ລັດ​ຖະ​ບານ​ປະ​ເທດ​ທີ່​ເປັນ​ປໍ​ລະ​ປັກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ