ປະ​ທາ​ນາ​ທິ​ບໍ​ດີ​ລີ​ເບ​ຣີ​ຊົ​ມ​ເຊີຍກອງ​ຕຳ​ຫຼວດປ້ອງ​ກັນ​ຄວາມ​ຮຸນ​ແຮງຂອງກອງ​​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຈີນ
2017-07-24 11:47:05  cri 
ວັນ​ທີ 22 ກໍ​ລະ​ກົດ​ນີ້ ທ່ານ​ນາງ​ເອ​ເລັນ ໂຈ​ຊັ​ນ ເຊີ​ລິ​ຟ ປະ​ທາ​ນາ​ທິ​ບໍ​ດີ​ລີ​ເບ​ຣີ​ໄດ້ກ່າວ​​ລີ​ເບ​ຣີ​​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຕຳ​ຫຼວດ​ຮັກ​ສາ​ສັນ​ຕິ​ພາບ​ຈີນ ທີ່​ໄດ້​ປະ​ກອບ
​ສ່ວນ​​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ລີ​ເບ​ຣີ​ ກໍ​ຄື ຂອບ​ໃຈ​ລັດ​ຖະ​ບານ​ຈີນ​ທີ່​ສະ​ໜັບ​ສະ​ໜູນ​ຕໍ່​ການ​ສ້າງ​ສາ​ປະ​ເທດ​ລີ​ເບ​ຣີ​.

ທ່ານ​ນາງ​ເຊີ​ລິ​ຟ​ກ່າວໃນ​ໂອ​ກາດ​ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ໃຊ້​ສະ​ໜາມ​ກິ​ລາ SKD ຂອງ​​ລີ​ເບ​ຣີ​ ເຊິ່ງປະ​ເທດ​ຈີນຊ່ວຍ​ເຫຼືອ​ກໍ່​ສ້າງ. ທ່ານ​ນາງ​ເຊີ​ລິ​ຟ​ໄດ້​ຂອບ​ໃຈ​ລັດ​ຖະ​ບານ​
ແລະ​ຕຳ​ຫຼວດ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ຈີນ​ທີ່​ໄດ້​​ສະ​ໜັບ​ສະ​ໜູນ ແລະ​ຊ່ວຍ​ເຫຼືອ ໂດຍ​ສະ​ເພາະ​ໃນ​ໄລ​ຍະ​ທີ່​ພວກ​ເຮົາ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ ຈີນ​ແມ່ນ​ປະ​ເທດ​ທຳ​ອິດ​ທີ່
ໄດ້​ຊ່ວຍ​ເຫຼືອ, ​ແລະ​ຈາກນີ້​ຈິ່ງ​ເປັນ​ການ​ຢືນ​ຢັນ​ຢ່າງ​ຮອບ​ດ້ານ​ວ່າ ຈີນ​ແມ່ນ​ເພື່ອນ​ທີ່​ແທ້​ຈິງ​ຂອງ​ພວກ​ເຮົາ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ລີ​ເບ​ຣີ​​ ແລະ​ຈີນ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັນ, ​ມິດ
​ຕະ​ພາບ ແລະ​ກ້າວ​ໄປ​ສູ່​ອະ​ນາ​ຄົດໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ