ກະຊວງປ້ອງກັນປະເທດຈີນໂຕ້ວ່າ: ອິນເດຍຢ່າຄິດວ່າໂຊກບັງເອີນ ຍ້າຍພູງ່າຍ, ແຕ່ຍົກຍ້າຍກອງທັບປົດປ່ອຍປະຊາຊົນຈີນເປັນເລື່ອງຍາກ
2017-07-24 17:20:19  cri 

ໃນໂອກາດຕອບຄຳຖາມກ່ຽວກັບບັນຫາກອງທັບອິນເດຍຂ້າມຜ່ານເສັ້ນຊາຍແດນ ໃນວັນທີ 24 ກໍລະກົດນີ້ຢູ່ປັກກິ່ງ, ທ່ານອູຊ່ຽນ ຮອງຫົວໜ້າ ໂຄສົກກົມຖະແຫຼງຂ່າວກະຊວງປ້ອງກັນປະເທດຈີນກ່າວວ່າ: "ຂ້າພະເຈົ້າຂໍບອກອິນເດຍດ້ວຍການ, ຢ່າຄິດວ່າເປັນໂຊກບັງເອີນ, ຢ່າໃຝ່ຝັນເກີນຄວາມເປັນຈິງ ແລະ ເປັນເລື່ອງງ່າຍທີ່ຈະຍ້າຍພູຜາ ແຕ່ການຍ້າຍກອງທັບປົດປ່ອຍປະຊາຊົນຈີນເປັນເລື່ອງຍາກ."

ທ່ານອູຊ່ຽນກ່າວວ່າ: ກາງເດືອນມິຖຸນາຜ່ານມາ, ເມື່ອກຳມະກອນຈີນສອມແປງເສັ້ນທາງຢູ່ເຂດຕົ້ງຫຼ້າງ ຖືກກອງທັບອິນເດຍຂັດຂວາງໂດຍລ່ວງເສັ້ນຊາຍແດນ. ເຂດຕົ້ງຫຼ້າງແມ່ນດິນແດນຂອງຈີນ ເຊິ່ງການທີ່ຈີນສ້ອມແປງເສັ້ນທາງເປັນປົກກະຕິຢູ່ໃນດິນແດນຂອງຕົນເປັນການກະທຳບົນພື້ນຖານການມີອະທິປະໄຕຂອງຈີນທີ່ຊອບດ້ວຍກົດໝາຍ, ແຕ່ອິນເດຍສົ່ງທະຫານຢ່າງບັງອາດລ່ວງເສັ້ນຊາຍແດນທີ່ສອງຝ່າຍຮັບຮອງແລ້ວເຂົ້າສູ່ດິນແດນຂອງຈີນ ໂດຍໄດ້ທຳລາຍອຳນາດອະທິປະໄຕຂອງຈີນຢ່າງຮ້າຍແຮງ ແລະ ລະເມີດຫຼັກການພື້ນຖານຂອງກົດໝາຍສາກົນຢ່າງໜັກໜ່ວງ.

ທ່ານອູຊ່ຽນກ່າວຕື່ມວ່າ, ຈີນມີຄວາມຕັດສິນໃຈແລະມານະຈິດເດັດດ່ຽວໜຽວແໜ້ນໃນການປົກປັກຮັກສາອຳນາດອະທິປະໄຕບົນດິນແດນຂອງປະເທດຊາດ, ຈະບໍ່ຍອມຖອຍແມ່ນແຕ່ໜ້ອຍດຽວເພື່ອຮັກສາອຳນາດອະທິປະໄຕບົນດິນແດນແລະຜົນປະໂຫຍດກໍຄືຄວາມໝັ້ນຄົງຂອງຕົນ. ກອງທັບປ້ອງກັນຊາຍແດນຈີນໄດ້ໃຊ້ມາດຕະການຕອບໂຕ້ທັນທີ ແລະຈະເພີ່ມທະວີການຈັດສັນແລະຝຶກຊ້ອມຢ່າງມີຈຸດສຸມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ