ຫົກ​ເດືອນ​ຕົ້ນ​ປີ​ນີ້​ເຂດກວາງ​ຊີ​ບັນ​ລຸຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ 30%
2017-07-24 16:28:13  cri 
ເຈົ້າ​ໜ້າ​ທີ່​ດ່ານ​​ພາ​ສີໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ເປີດ​ເຜີຍ​ເມື່ອ​ມໍ່ໆ​ນີ້​ວ່າ, ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນມິ​ຖຸ​ນາ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ເຂດກວາງ​ຊີ​ບັນ​ລຸ​ເຖິງ 178 ຕື້ 600 ລ້ານຢວນ ເພີ່ມ​ຂຶ້ນ 30%, ໃນ​ນັ້ນ ​ມູນ​ຄ່າ​ການຄ້າ​ຂາ​ເຂົ້າ​ຂາ​ອອກ​​ກັບອາ​ຊຽນ​ມີ​ເຖິງ 89 ຕື້ 70 ລ້ານຢວນ ເພີ່ມ​ຂຶ້ນ 10,1% ແລະ ​ການ​ເຕີບ​ໂຕ​ໄດ້​ຂຶ້ນ​ເປັນ​ສອງ​ຕົວ​ເລກ​ຄືນ​ໃໝ່.

ທ່ານ​ກາວ​ຝູ​ຢວນ ຮອງ​ຫົວ​ໜ້າ​ດ່ານ​ພາ​ສີ​ໜານ​ໜິງ​ກ່າວ​ວ່າ, ປີ 2016, ​ເນື່ອງ​ຈາກ​ບາງ​ຂະ​ແໜງ​ການ​ແລະ​ໃບ​ສັ່ງ​ຈອງ​ສິນ​ຄ້າ​ຍ້າຍ​ໄປ​ຢູ່​ປະ​ເທດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ​ອາ​ຊີ​ໃຕ້, ຂະ​ແໜງ​ການ​ຕັດ​ຫຍິບ​ແລະ​ເສື້ອ​ຜ້າ​ອາ​ພອນ​ປະ​ເທດ​ອ້ອມ​ຂ້າງ​ໄດ້​ເຕີບ​ໃຫຍ່​ຂຶ້ນ​ຢ່າງວ່ອງ​ໄວ ແລະ​ຍອດ​ມູນ​ຄ່າ​ການ​​ສົ່ງ​ອອກ​ສິນ​ຄ້າ​ໄປຕ່າງ​ປະ​ເທດ​ຂອງ​ເຂດກວາງ​ຊີ​ກໍຫຼຸດ​ລົງ 12,8%. ​ແນວ​ໃດ​ກໍ​ດີ ສຳ​ລັບຫົກ​ເດືອນ​ຕົ້ນ​ປີ​ນີ້, ໂດຍ​ໄດ້​ຮັບ​ຜົນ​ບວກ​ຈາກ​ຄວາມ​ຕ້ອງ​ການ​ພາຍ​ນອກ​ເພີ່ມ​ຂຶ້ນ, ລາ​ຄາ​​ແລະ​​ປະ​ລິ​ມານ​ນຳ​ເຂົ້​າ​ສິນ​ຄ້າ​ງວດ​ໃຫຍ່​​ເພີ່ມ​ຂຶ້ນ, ການ​ຄ້າ​ປຸງ​ແຕ່ງ​ມີ​ຄຸນ​ນະ​ພາບ​ສູງ​ຂຶ້ນ ແລະ​ອື່ນໆ ຈິ່ງ​ເຮັດ​ໃຫ້ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ເຂດກວາງ​ຊີ​​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ