IMF ປັບ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ອີກ​ເທື່ອ​ໜຶ່ງ
2017-07-24 16:31:00  cri 
    ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ ຫຼື IMF ໄດ້​ເປີດ​ເຜີຍ "ບົດ​ລາຍ​ງານ​ວ່າ​ດ້ວຍ​ເສດ​ຖະ​ກິດ​ໂລກ" ສະ​ບັບ​ໃໝ່​ຢູ່​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ​ປະ​ເທດ​ມາ​ເລ​ເຊຍ​ໃນ​ວັນ​ທີ 24 ກໍ​ລະ​ກົດ​ນີ້ ໂດຍ​ໄດ້​ປັບ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ໃນ​ປີນີ້​​ຂຶ້ນອີກ 0,1% ຄື​ບັນ​ລຸ 6,7% ແລະ​ປີ​ໜ້າ​​ຂຶ້ນອີກ 0,2% ຄື​ບັນ​ລຸ 6,4%.

    ນີ້​ແມ່ນ​ເທື່ອ​ທີ​ສາມ​ທີ່​ອົງ​ການ IMF ປັບ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ໃນ​ປີ 2017 ທັງ​ຊີ້​ໃຫ້​ເຫັນ​ວ່າ, ສາ​ເຫດ​ຕົ້ນ​ຕໍ​ໄດ້ພິ​ຈາ​ລະ​ນາ​ເຖິງ​ຄວາມ​ເຂັ້ມ​ແຂງ​ດີ​ຂອງ​ເສດ​ຖະ​ກິດ​ຈີນ​​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີນີ້ ແລະ​ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເງິນ​ໃນ​ອະ​ນາ​ຄົດ.

    ອົງ​ການ IMF ເຫັນ​ວ່າ, ເສດ​ຖະ​ກິດ​ໂລກ​ສືບ​ຕໍ່​ຟື້ນ​ຟູ ໂດຍ​ປີນີ້​ຄາດ​ວ່າ​ຈະ​ເຕີບ​ໂຕ 3,5% ແລະ​ປີ​ໜ້າ 3,6% ເຊິ່ງສອດ​ຄ່ອງ​ກັບ​ການ​ຄາດ​ຄະ​ເນ​ໃນ​ເດືອນ​ເມ​ສາ​ຜ່ານ​ມາ.

    ບົດ​ລາຍ​ງານ​ຍັງ​ຄາດ​ວ່າ, ເສດ​ຖະ​ກິດ​ຂອງ​ກຸ່ມ​ທີ່​ພັດ​ທະ​ນາ​ແລ້ວ​ໃນ​ປີນີ້​​ຈະ​ຢູ່​ໃນ​ລະ​ດັບ 2% ແລະ​ປີ​ໜ້າ​ຈະ​ຊ້າ​ລົງ 0,1% ຄື​ບັນ​ລຸ 1,9%. ກຸ່​ຂະ​ນະ​ທີ່ມ​ເສດ​ຖະ​ກິດ​ທີ່​ຈະ​ເລີນ​ໃໝ່​ແລະ​ປະ​ເທດ​ພວມ​ພັດ​ທະ​ນາ​ຈະ​ເຕີບ​ໂຕ 4,6% ແລະ​ຄາດ​ວ່າ​ປີ​ໜ້າ​ຈະ​ຮັກ​ສາ​ຢູ່​ລະ​ຫວ່າງ 4,8% ​ໂດຍບໍ່​ປ່ຽນ​ແປງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ