ໄທບັນ​ລຸ​ຍອດມູນ​ຄ່າ​ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ 7,8%
2017-07-24 16:32:31  cri 
     ທາງ​ການ​ໄທ​ເປີດ​ເຜີຍ​ຂໍ້​ມູນການ​ຄ້າຫຼ້າ​ສຸດ​ວ່າ, ມູນ​ຄ່າການ​ສົ່ງ​ອອກ​ສິນ​ຄ້າ​ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ ໄດ້​ເພີ່ມ​ຂຶ້ນ 11,7% ເມື່ອ​ທຽບ​ໃສ່ເດືອນ​ພຶດ​ສະ​ພາ​ຜ່ານ​ມາ ສົ່ງ​ຜົນ​ເຮັດ​ໃຫ້​ມູນ​ຄ່າ​ສົ່ງ​ອອກ​ຂອງ​ປະ​ເທດ​ຕົນ​ໃນ 6 ເດືອນ​ຕົ້ນ​ປີນີ້ ບັນ​ລຸ​ເຖິງ 113 ຕື້ 547 ລ້ານ​ໂດ​ລາ​ສະ​ຫະ​ລັດ ​ເພີ່ມ​ຂຶ້ນ 7,8%.

    ກະ​ຊວງ​ການ​ຄ້າ​ໄທ​ໃຫ້​ຮູ້​ວ່າ, ​ການ​ທີ່ມູນ​ຄ່າ​ການ​ສົ່ງ​ອອກ​ເພີ່ມ​ຂຶ້ນນັ້ນ ຕົ້ນ​ຕໍ​ຍ້ອນ​ເສດ​ຖະ​ກິດ​ທົ່ວ​ໂລກ​​ຟື້ນ​ຟູ ໂດຍ​ສະ​ເພາະ​ການ​ປະ​ກອບ​ສ່ວນຂອງ​ຕະຫຼາດ​ປະ​ເທດ​ຄູ່​ຮ່ວມ​ການ​ຄ້າ​ຕົ້ນ​ຕໍ​ ໃນ​ນັ້ນ, ຕະຫຼາດ​ຈີນ​ເພີ່ມ​ຂຶ້ນ​ເກືອບ 30% ພ້ອມ​ທັງຍີ່​ປຸ່ນແລະ 5 ປະ​ເທດ​ໃນ​ອາ​ຊຽນ ກໍ​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 20%.

    ກະ​ຊວງ​ກາ​ນ​ຄ້າ​ໄທ​ເຫັນ​ວ່າ, ເນື່ອງ​ຈາກ​ເສດ​ຖະ​ກິດ​ທົ່ວ​ໂລກ​ຟື້ນ​ຟູ ຈຶ່ງເຊື່ອ​ວ່າ​ໃນ 6 ເດືອນ​ທ້າຍ​ປີນີ້, ​ຄາດ​ວ່າການ​ສົ່ງ​ອອກ​ ຈະ​ສືບ​ຕໍ່​ຢູ່​ໃນ​ທ່າ​ດີ​ຄື 6 ເດືອນ​ຕົ້ນ​ປີນີ້. ແນວ​ໃດ​ກໍ​ດີ, ກໍໄດ້​ຕັ້ງ​ເປົ້າ​ໝາຍ​ການ​ສົ່ງ​ອອກ​​ໝົດ​ປີນີ້​ໃຫ້​ເພີ່ມ​ຂຶ້ນ​ຢູ່​ໃນ​ລະ​ດັບ 5%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ