ສັນ​ນິ​ບາດອາ​ຣັບ​ໄຂ​ກອງ​ປະ​ຊຸມ​ດ່ວນ​ເພື່ອ​ຫາ​ລື​ສະ​ຖາ​ນະ​ການ​ປາ​ແລັສ​ຕິນ-​ອິ​ສ​ລາ​ແອນ
2017-07-24 16:34:22  cri 
    ສັນ​ນິ​ບາດອາ​ຣັບ ໄດ້ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 23 ກໍ​ລະ​ກົດ​ນີ້​ວ່າ, ອົງ​ການ​ຕົນ​ຈະ​ໄຂ​ກອງ​ປະ​ຊຸມ​ດ່ວນ​ລະ​ດັບ​ລັດ​ຖະ​ມົນ​ຕີ​ໃນ​ວັນ​ທີ 26 ເດືອນນີ້ ເພື່ອ​ຫາ​ລື​ສະ​ຖາ​ນະ​ການໃນ​ໄລ​ຍະ​ນີ້​​ລະ​ຫວ່າງປາ​ແລັ​ສ​ຕິນ-ອິ​ສ​ລາ​ແອນ​.

    ຖະ​ແຫຼງ​ການ​ລະ​ບຸ​ວ່າ, ໂດຍ​ຕອບ​ສະ​ໜອງ​ຄວາມ​ຮ້ອງ​ຂໍ​ຂອງ​ປະ​ເທດ​ຊອກ​ດາ​ນີ ແລະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກຫຼາຍ​ປະ​ເທດ​ສະ​ມາ​ຊິກ, ອົງ​ການ​ຕົນ​ຈຶ່ງ​ຕົກ​ລົງ​ຈະ​ໄຂ​ກອງ​ປ​ະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ມົນ​ຕີ​ໃນ​ຕອນ​ບ່າຍ​ວັນ​ທີ 26 ເດືອນນີ້ ເພື່ອ​ຫາ​ລື​ເຫດ​ການ​ປະ​ທະ​ກັນ​ທີ່​ເກີດ​ຂຶ້ນ​ຢູ່​ເຢ​ລູ​ຊາ​​ແລັມ​ແລະ​ມາດ​ຕະ​ການ​ຮັບ​ມື​ຂອງ​ລັດ​ຖະ​ບານ​ອິ​ສ​ລາ​ແອນ.

    ທ່ານ ອາ​ເຮີ​ມັດ ອັບ​ດູນ ເກດ ເລ​ຂາ​ທິ​ການ​ໃຫຍ່​ສັນ​ນິ​ບາດ​ອາ​ຣັບ ອອກ​ຖະ​ແຫຼງ​ການ​ໃນ​ມື້​ດຽວ​ກັນ​ວ່າ, ມາດ​ຕະ​ການ​ຂອງ​ລັດ​ຖະ​ບານ​ອິ​ສ​ລາ​ແອນ ບໍ່​ກ່ຽວ​ຂ້ອງ​ກັບ​ຄວາມ​ໝັ້ນ​ຄົງ ເຊິ່ງ​ຈະ​ເຮັດ​ໃຫ້​ເກີດ​ວິ​ກິດ​ການຢ່າງ​ໃຫຍ່ຫຼວງ​ລະ​ຫວ່າງ​ໂລກ​ອາ​ຣັບ​ກັບ​ມຸ​ສ​ລິມ.

    ຂ່າວ​ແຈ້ງວ່າ, ວັນ​ທີ 14 ກໍ​ລະ​ກົດ​ນີ້, ຕຳຫຼວ​ດ​ອິດ​ສະ​ລາ​ແອນ 3 ຄົນ​ຖືກ​ຍິງ​ຢູ່​ນອກ​ພູ​ວັດ​ເຢ​ລູ​ຊາ​ແລັມ ເຊິ່ງ​ຊາວ​ມຸ​ສ​ລິມ​ເອີ້ນ​ວ່າ ສະ​ຖານ​ທີ່​ສັກ​ສິດ ​ໂດຍໃນ​ນັ້ນ, ​ມີສອງ​ຄົນ​ເສຍ​ຊີ​ວິດ. ຫຼັງ​ຈາກນັ້ນ, ອິດ​ສະ​ລາ​ແອນ​ກໍ​ໄດ້​​ຕັນ​ເຂດ​ເກີດ​ເຫດ ແລະ​ຫ້າມ​ບໍ່​ໃຫ້​ຊາວ​ມຸ​ສ​ລິມ​ໄປ​ນະ​ມັດ​ສະ​ການ​ຢູ່​ສຸ​ເຫຼົ່າ​. ຈົນ​ມາ​ຮອດວັນ​ທີ 16 ເດືອນ​ດຽວ​ກັນ, ຕຳຫຼວດ​ອິ​ສ​ລາ​ແອນ ​ໄດ້ເປີດ​ປະ​ຕູ​ສຸ​ເຫຼົ່າ​ອິ​ສ​ລາ​ມ​ອັກ​ຊາ​ທີ່​ຢູ່​​ພູ​ວັດ ແລະ​ໄດ້​ຕິດ​ຕັ້ງ​ເຄື່ອງກວດ​ວັດ​ຖຸແລະ​ກ້ອງ​ວົງ​ຈອນ​ປິດ​ຢູ່​ໜ້າ​ປະ​ຕູ. ເຖິງ​ຢ່າງ​ໃດ​ກໍ​ດີ, ຊາວ​ມຸ​ສ​ລິມຍັງ​ບໍ່​ພໍ​ໃຈ​ຕໍ່​ການ​ກະ​ທຳ​ຂອງ​ອິ​ສ​ລາ​ແອນ ​ໂດຍ​ໄດ້ປະ​ທ້ວງ​ຢ່າງ​ຕໍ່​ເນື່ອງ ​ຈົນ​ເກີດ​ການ​ປະ​ທະ​ກັນ ເຊິ່ງ​ເຮັດ​ໃຫ້ຢ່າ​ງ​ໜ້ອຍ 10 ຄົ​ນ​ເສຍ​ຊີ​ວິດ ແລະຫຼາຍກວ່າ​ 500 ຄົນ​ບາດ​ເຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ