S&P ຈັດທະ​ນາ​ຄານ AIIB ​ຢູ່​ໃນ​ຂັ້ນ AAA/A-1+
2017-07-24 16:36:43  cri 
     Standard & Poor's ເຊິ່ງ​ເປັນ​ບໍ​ລິ​ສັດ​ປະ​ເມີນອັນ​ດັບ​ຂອງ​ໂລກ ໄດ້​ປະ​ກາດ​ຜົນ​ການ​ປະ​ເມີນ​ຂັ້ນ​ສິນ​ເຊື່ອ​ອັດ​ຕະ​ພາບ​ໄລ​ຍະ​ຍາວ AAA ແລະ​ໄລ​ຍະ​ສັ້ນ A-1+ ໃຫ້​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ຫຼື AIIB ແລະ​ຄາດ​ວ່າ​​ໃນອະ​ນາ​ຄົດ​ຈະ​ໜັກ​ແໜ້ນ​ເຂັ້ມ​ແຂງ​ຍິ່ງ​ຂຶ້ນ.

    ບໍ​ລິ​ສັດ S&P ເຫັນ​ວ່າ, ທະ​ນາ​ຄານ AIIB ໄດ້​ລົງ​ທຶນ​ຫຼາຍ​ຢູ່​ທະ​ວີບ​ອາ​ຊີ ເຊິ່ງ​ຖາ​ນະ​ສຳ​ຄັນ​ຂອງ​​ອົງ​ການນີ້​ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ຈາກ​ຄວາມ​ຕ້ອງ​ການ​ການ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ຢ່າງ​ແຂງ​ແຮງ​ຂອງ​ພາກ​ພື້ນ​ອາ​ຊີ. ​ຂະ​ນະ​ທີ່ໃນ 3-5 ປີ​ຕໍ່​ໜ້າ, ທະ​ນາ​ຄານ​ດັ່ງ​ກ່າວ​ຈະ​ເສີມ​ສ້າງ​ຄວາມ​ສາ​ມາດ​​ດຳ​ເນີນທຸ​ລະ​ກິດ​ຢ່າງ​ພົ້ນ​ເດັ່ນ​ ແລະ​ຈາກນັ້ນ​ກໍ​ຈະສະ​ໜັບ​ສະ​ໜູນ​ຜົນ​ການ​ປະ​ເມິນ​ຂັ້ນ "ດີຫຼາຍ" ດ້ານ​ສະ​ພາບ​ທຸ​ລະ​ກິດ ແລະ "​ເຂັ້ມແຂງຫຼາຍ" ດ້ານ​ສະ​ພາບ​ການ​ເງິນ.

    ບໍ​ລິ​ສັດ S&P ກ່າວ​ວ່າ, ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ​ຈາກ​ຂາ​ຫຸ້ນ ແມ່ນ​ປັດ​ໄຈ​ສຳ​ຄັນ​ໃນ​ການ​ຄ້ຳ​ປະ​ກັນ​ການ​ປະ​ເມີນ​ສະ​ພາບ​ທຸ​ລະ​ກິດ​ຂອງ​ທະ​ນາ​ຄານ​ດັ່ງ​ກ່າວ ແລະການ​ທີ່ 80 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຊິ່ງ​ລວມ​ທັງ 17 ປະ​ເທດ​ໃນ​ກຸ່ມ 20 ປະ​ເທດ​ສະ​ໜັບ​ສະ​ໜູນ​ອົງ​ການ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ດ້ວຍ​ເງິນ​ທຶນ​ກ້ອນ​ໃຫຍ່ນັ້ນ ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ແຮງ​ກ້າ​ວ່າ ທະ​ນາ​ຄານ​ດັ່ງ​ກ່າວ​ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ຕໍ່​ເນື່ອງ​ໃນ​ອະ​ນາ​ຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ