ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ເນັ້ນ ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ບໍ່​ຄວນ​ເວົ້າ​ແຕ່​​ປາກ​ເປົ່າ ຄວນ​ເຮັດ​ແທ້​ທຳ​ຈິງ
2017-07-25 14:20:01  cri 

ຕາມ​ຂ່າວ​ CRI: ວັນ​ທີ 24 ກໍ​ລະ​ກົດ​ນີ້ ຢູ່​ທີ່​ນະ​ຄອນ​ຫຼວງ​ບາງກອກປະ​ເທດ​ໄທ, ທ່ານ​ຫວາງອີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ທ່ານດອນ ປ​ຣະ​ມັດ​ວິ​ໄນ
ລັດ​ຖະ​ມົນ​ຕີກ​ະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ ໄດ້​ຮ່ວມ​ກັນ​ໃຫ້​ສຳ​ພາດ ໂດຍ​ກ່າວ​ວ່າ, ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ບໍ່​ຄວນ​ເວົ້າ​ແຕ່​ປາກ​ເປົ່າທໍ່​ນັ້ນ ຄວນ​ເຮັດ​ແທ້​
ທຳ​ຈິງ ເຊິ່ງຈີນ​ຫວັງ​ວ່າ ໄທ ແລ​ະ​ບັນ​ດາ​ປະ​ເທດ​ຢູ່​ລຽບ​ຕາມ​ແມ່​ນ້ຳ​ຂ້ອງ​ຈະ​ຮັບ​ປະ​ກັນ​ເຮັດໃຫ້​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ດຳ​ເນີນໄປຕາມ​ເປົ້າ​
ໝາຍ​ທີ່​ວາງ​ໄວ້.

ທ່ານ​ຫວາງອີ້​ຊີ້​ອອກວ່າ, ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ແມ່ນ​ກົນ​ໄກ​ການ​ຮ່ວມ​ມືອະ​ນຸ​ພາກ​ພື້ນ​ແບບໃໝ່​ທີ່​ 6 ປະ​ເທດ​ຢູ່​ລຽບ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່ນ້ຳ​ຂອງຮ່ວມ
​ກັນ​ສ້າງ​ຂຶ້ນ ເຊິ່ງເມື່ອ​ທຽບ​ໃສ່​ກົນ​ໄກ​ທີ່​ກ່ຽວກັບ​ແມ່​ນ້ຳ​ຂອງແລ້ວ​ເຫັນ​ວ່າ, ການ​ຮ່ວມ​ມື​ດັ່ງ​ກ່າວ​ແມ່ນ​ແທດ​ເໝາະຄວາມ​ເປັນ​ຈິງ​ຂອງ 6 ປະ​ເທດ​ຫຼາຍກວ່າຄື ສຸມ​ໃສ່​ການ​ຊຸກ​ຍູ້
​ໂຄງ​ການຢ່າງ​ລະ​ອຽດ ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປາ​ຖະ​ໜາ​ຂອງ​ບັນ​ດາ​ປະ​ເທດ​ຢູ່​ລຽບ​ຕາມ​ແມ່​ນ້ຳ​ສາຍນີ້​ທີ່ຕ້ອງ​ການຄວາມ​ສະ​ເໝີ​ພາບ​ກັນ ຕ່າງ​ຊ່ວຍ​ເຫຼືອກັນ
ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍດຮ່ວມກັນ.

​ສຳ​ລັບຂະ​ບວນ​ການ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໃນ 6 ເດືອນ​ທ້າຍ​ປີ 2017, ທ່ານ​ຫວາງອີ້​ກ່າວ​ວ່າ, ຕົ້ນ​ຕໍ​ຈະ​ເນັ້ນວຽກ​ງານ 4 ດ້ານຄື: 1 ​ຈັດ​ກອງ​ປະ​
ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ 3 ເພື່ອ​ກະ​ກຽມໃຫ້​ແກ່ກອງ​ປະ​ຊຸມ​ຜູ້​ນຳ​ປະ​ເທດ​ລຽບ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ຄັ້ງ​ທີ 2; 2: ດ້ວຍ​ການ​ທີ່ 6 ປະ
​ເທດ​ລ້ວນ​ແຕ່​ໄດ້​ສ້າງ​ສຳ​ນັກ​ງານ​ເລ​ຂາ​ລະ​ດັບ​ຊາດ ແລະ​ກົນ​ໄກ​ປະ​ສານ​ງານ​ກັນ ​ຈະຮັບ​ປະ​ກັນ​ໃຫ້ແກ່​ການ​ສ້າງ​ຕັ້ງ​ໜ່ວຍ​ງານ​ປະ​ສົມ 6 ໜ່ວຍ​ງານ​ຂຶ້ນ; 3 ສູ້​ຊົນ​ເຮັດ
​ໃຫ້​ໂຄງ​ການ​ບູ​ລິ​ມະ​ສິດ​ຕ່າງໆ​ກໍ່​ສ້າງ​ສຳ​ເລັດ​ ຫຼື​​ໄດ້ຮັບ​ຄວາມ​ຄືບ​ໜ້າ​ທີ່​ແທ້​ຈິງ; ແລະ 4 ວາງ​ແຜນ​ດຳ​ເນີນ​ງານ 5 ປີ​ໃຫ້​ດີ ເພື່ອ​ນເຂົ້າ​ພິ​ຈາ​ລະ​ນາ​ໃນກອງ​ປະ​ຊຸມ​ຜູ້​ນຳ
​ຄັ້ງ​ທີ 2.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ