ນັກ​ເສດ​ຖະ​ສາດ IMF ຢືນ​ຢັນ: ຈີນ​ຈະ​ສືບ​ຕໍ່​ເປັນ​ກຳ​ລັງ​​ສຳ​ຄັນໃນ​ການຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​
2017-07-25 11:29:17  cri 
ວັນ​ທີ 24 ກໍ​ລະ​ກົດ​ນີ້, ທ່ານ ມາວ​ຣາຍ​ສ໌ ໂອບ​ສ໌​ດ໌​ເຟວ​ດ໌ ຫົວ​ໜ້ານັກ​ເສດ​ຖະ​ສາດ​​ຂອງ​ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ຫຼື IMF ກ່າວ​ໃນ​ຂະ​ນະ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ເສດ​ຖະ​ກິດ​ຈີນ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ທີ່​ເຂັ້ມ​ແຂງ​ແລະ​ມີ​ຄວາມ​ໝັ້ນ​ທ່ຽງ​ນັ້ນມີ​ຄວາມ​ສຳ​ຄັນ​ຫຼາຍ​ຕໍ່​ເສດ​ຖະ​ກິດ​ໂລກ ແລະ​ຈາກ​ນີ້, ຈີນ​ຈະ​ສືບ​ຕໍ່​ເປັນ​ກຳ​ລັງ​ສຳ​ຄັນ​ໃນ​ການຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ.

ທ່ານ ໂອບ​ສ໌​ດ໌​ເຟວ​ດ໌ ເຫັນ​ວ່າ: ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ໃນ​ຫົກ​ເດືອນ​ຕົ້ນ​ປີ​ນີ້​ມີ​ຄວາມ​ເຂັ້ມ​ແຂງ​ຫຼາຍ ໂດຍ​ສະ​ເພາະຄວາມ​ໄວ​ຂອງ​ການ​ເຕີບ​ໂຕ​​ໃນ​ໄຕ​ມາດ​ທີ​ສອງ​​ປີ​ນີ້​ບັນ​ລຸ​ເຖິງ 6,9% ເຊິ່ງ​ຫຼາຍກວ່າ​​ການ​ຕັ້ງ​ເປົ້າເຊັ່ນ​ດຽວ​ກັນ.

ທ່ານ ໂອບ​ສ໌​ດ໌​ເຟວ​ດ໌ ກ່າວ​ຕື່ມ​ວ່າ: ຈີນ​ພວມ​ດຳ​ເນີນ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ເສດ​ຖະ​ກິດ,ຫັນ​ເປັນ​ຮູບ​ແບບ​ການ​ພັດ​ທະ​ນາ​ທີ່​ຖື​ຂະ​ແໜງ​ການ​ບໍ​ລິ​ການ​ເປັນ​ຫຼັກ,ການ​ບໍ​ລິ​ໂພກ​ເປັນ​ກຳ​ລັງ​ຊຸກ​ຍູ້. ເຊິ່ງ​ເມື່ອ​ເວົ້າ​ໃນ​ທົ່ວ​ໂລກ​ແລ້ວ, ສິ່ງ​ທີ່​ສຳ​ຄັນ​ບໍ່​ພຽງ​ແຕ່​ແມ່ນ​ການ​ຮັກ​ສາ​ຕົວ​ເລກ​ການ​ເຕີບ​ໂຕ​ທີ່​ເຂັ້ມ​ແຂງ​ເທົ່າ​ນັ້ນ, ຫາກຍັງ​ແມ່ນ​ຍ້ອນ​ການ​ເຕີບ​ໂຕ​ດ້ວຍ​ຮູບ​ແບບ​ທີ່​ໝັ້ນ​ທ່ຽງແລະ​ແບບ​ຍືນ​ຍົງ​ຂອງ​ຈີນ.

ທ່ານ ໂອບ​ສ໌​ດ໌​ເຟວ​ດ໌ ສະ​ແດງ​ຄວາມຊົມ​ເຊີຍ​ທີ່​ຈີນ​ໄດ້​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຊຸກ​ຍູ້​ໂລ​ກາ​ພິ​ວັດ ຄື​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເຊິ່ງນອກ​ຈາກບໍ່​ພຽງ​ແຕ່​ຫວັງດຶງ​ດູດ​ການ​ລົງ​ທຶນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ຢ່າງ​ຫຼວງ​ຫຼາຍ​ເທົ່າ​ນັ້ນ,ຫາກ​ຍັງ​ສາ​ມາດ​ຫຼຸດ​ຕົ້ນ​ທຶນ​ການ​ຄ້າ​ເຊິ່ງ​ກັນ​ແລະ​ກັນ​ໄດ້ ແລະຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ຄ້າ​ສາ​ກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ